ຄັ້ງອາດີດຕະການຊ້ານານມາແລ້ວທີ່ພະນະຄອນເຊດຕຸດອນຣາຊທານີ ພຣະເວດສັນດອນຂຶ້ນຄອງ ຣາຊຕັ້ງແຕ່ອາຍຸໄດ້16ພັນສາ ອະພິເສກສົມຣົດກັບພະນາງມັດທີເຈົ້າຍິງແຫ່ງແຄ້ວນ ມັກຄະມີພະໂອຮົດ ແລະ ທິດາຄືເຈົ້າຊາຍຊາລີ ແລະ ເຈົ້າຍິງກັນຫາ ພະເວດສັນດອນໃຈບຸນມາກສ້າງໂຮງທານໄວ້ບໍລິຈາກທານໃຫ້ແກ່ຄົນຍາກຈົນເຖິງ 6ແຫ່ງ, ຕໍ່ມາໄດ້ຊົງທານຊ້າງປັດໃຈນາຄຊຶ່ງເປັນຊ້າງມຸງຄຸນໃຫ້ແກ້ແຄ້ວນ ກະລິງຄະລັດທີສົ່ງທູດມາຂໍ ເຮັດໃຫ້ຊາວເມືອງສີພີບໍ່ພໍໃຈເຖິງກັບພາກັນໄປກາບທູນພະເຈົ້າສົນໄຊຜູ້ເປັນພະບິດາໃຫ້ເນລະເທດອອກໄປຈາກບ້ານເມືອງ ພະບິດາຍອມທຳຕາມມະຕິຂອງມະຫາຊົນ ພຣະເວດສັນດອນເອງກໍຍອມຮັບ ແຕ່ກ່ອນຈະ ຈາກໄປນັ້ນໄດ້ທູນຂໍໂອກາດບໍລິຈາກທານຄັ້ງຍິ່ງໃຫຍ່ເອີ້ນວ່າສັດຕະຊາດົກມະຫາທານຄືໃຫ້ຂອງຢ່າງລະ700ເປັນທານຊຶ່ງພະບິດາກໍຊົງອານຸຍາດ ຝ່າຍພະນາງພຸດສະດີຜູ້ເປັນພະມານດາເສຍພະໄທມາກ ເຖິງກັບຮ້ອງໄຫ້ພະເຈົ້າສົນໄຊສຸດສົງສານພະ ນາງມັດທີ ແລະ ພະເຈົ້າຫຼານທັງສອງພະອົງຫຼາຍຈິ່ງຕັດສັ່ງໃຫ້ພະນາງມັດທີ ແລະ ພະເຈົ້າຫຼານຢູ່ ແຕ່ພະນາງມັດທີ ບໍ່ຢູ່ແຕ່ຈະຂໍຕາມສະເດັດໄປນຳພະສາມີໄປຢູ່ປ່າດ້ວຍ ລະຫວ່າງທາງທີ່ຈະໄປເຂົາວົງກົດຕ້ອງຜ່ານເມືອງເຈດຕະຣາດພະເຈົ້າເຈດຕະຣາດຊົງຖວາຍການຕ້ອນຮັບ ແລະ ທູນເຊີນໃຫ້ສະເດັດຄອງ ຣາຊສົມບັດທີ່ບ້ານເມືອງຂອງພະອົງ ແຕ່ພະເວດສັນດອນຊົງປະຕິເສດ ແລະ ໃຫ້ເຫດຜົນເຖິງການອອກ ບວດເປັນຮືສີຢູ່ທີ່ເຂົາວົງກົດພະເຈົ້າເຈດຕະຣາດຈິ່ງຖວາຍຄຳແນະນຳທາງທີ່ຈະໄປ ແລະໃຫ້ພານເຈດຕະບຸດໄປບົວລະບັດຮັກສາລະຫວ່າງທາງ.
ນະໝູ່ບ້ານທູນນະວິດແຄວ້ນກະລິງຄະຣັດມີຄອບຄົວຜົວແກ່ເມຍສາວຢູ່ຄູ່ໜຶ່ງຜົວແກ່ຊື່ ຊູຊົກ ສ່ວນເມຍສາວຊື່ອະມິດຕະຕາ ນາງອະມິດຕະຕາບອກຊູຊົກໃຫ້ໄປຂໍສອງກຸມມານຄື ຊາລີ ແລະ ກັນຫາ ມາເປັນຄົນຮັບໃຊ້ ຊູຊົກ ຈິ່ງອອກເດີນທາງໄປທີ່ແຄວ້ນສີພີສອບຖາມເລື່ອງລາວຂອງພະເວດສັນດອນເລື້ອຍໄປ ຂະນະເດີນທາງໄປນັ້ນເຖົ້າຊູຊົກໄດ້ພັບກັບພານເຈດຕະບຸດຈິ່ງອ້າງຕົນເອງວ່າເປັນທູດທີ່ມາຈາກແຄ້ວນສີພີເພື່ອທູນເຊີນພຣະເວດສັນດອນພະນາງມັດທີ ພະໂອຣົດ ແລະ ພະທິດາ ກັບໄປຍັງແຄວ້ນສີພີ ຊູຊົກເດີນໄປຕາມທາງທີ່ນາຍພານເຈດຕະບຸດບອກຈົນໄປເຖິງສາຣາຂອງອັດຈຸຕະຣືສີ ຊູຊົກຖາມເຖິງທາງໄປສາຣາຂອງພະເວດສັນດອນໂດຍຕົວະວ່າມາເພື່ອພົບປະສົນທະນາທັມກັບພະເວດສັນດອນ. ເມື່ອຊູຊົກມາຮອດສາຣາຂອງພະເວດສັນດອນ ເວລານັ້ນພະ ນາງມັດທີເຂົ້າປ່າໄປຫາຫມາກໄມ້ຕ່າງໆ ຊູຊົກຈິ່ງເຂົ້າໄປຂໍພະໂອຣຣົດ ແລະ ພະທິດາ ເວດສັນດອນຈິ່ງເວົ້າເຫດ ແລະ ຜົນໃຫ້ພະໂອຣົດ ແລະ ພະທິດາຮູ້ເລື່ອງເຖິງການບຳເພັນໃຫ້ທານຄັ້ງຍິ່ງໃຫຍ່ ແລະ ໄດ້ຕັ້ງລາ ຄາຄ່າໄຖ່ພົນຈາກຄວາມເປັນທາດຄື ຕ້ອງມີທາດຮ້ອຍໜຶ່ງ ທາສີຮ້ອຍໜຶ່ງ ຊ້າງຮ້ອຍ ມ້າຮ້ອຍ ງົວອຸສຸພະຣາຊ ຮ້ອຍ ແລະ ທອງຄຳອີກຮ້ອຍເຫຼັ້ມ ເມື່ອຜູ້ໃດ້ນຳຊັບເຫຼົ່ານີ້ມາຖວາຍໄດ້ແລ້ວຈະພົ້ນຈາກຄວາມເປັນທາດຈຳໄວ້ໃຫ້ດີ.ຈາກນັ້ນພະເວດສັນດອນກໍບໍລິຈາກ ພະໂອຣົດ ແລະ ພະທິດາ ໃຫ້ແກ່ຊູຊົກໄປເມື່ອພະນາງມັດທີຊົງຊາບກໍເສຍພະໄທມາກ ພະເວດສັນດອນຈິ່ງຊີ້ແຈງເຖິງການບຳເພັນທານ ພະນາງມັດທີ່ຈິ່ງອານຸໂມທະນາໃນການບໍລິຈາກຄັ້ງນີ້. ການບຳເພັນທານບາຣະມີຂອງພະເວດສັນດອນຍັງບໍ່ສົມບູນພະອິນຈິ່ງແປງເພດເປັນພານໄປທູນຂໍພະນາງມັດທີກັບພະເວດສັນດອນ ເຖິງວ່າພະເວດສັນດອນຈະຮັກນາງມັດທີຫຼາຍແຕ່ເພື່ອການບຳເພັນບາຣາມີສົມບູນຈິ່ງຍອມສະຫຼະພະນາງມັດທີສ່ວນນາງມັດທີເຂົ້າພະໄທດີຈິ່ງອານຸໂມທະນາ ຝ່າຍພະອິນກໍໄດ້ຖວາຍນາງມັດທີຄືນແກ່ພະເວດສັນດອນ ແລະ ໄດ້ຖວາຍພອນແກ່ພະເວດສັນດອນໄດ້ແກ່ ຫນຶ່ງຂໍໃຫ້ພະເຈົ້າສົນໄຊມາທູນສະເດັດກັບພະນະຄອນເພື່ອຄອງຣາຊ ສອງຂໍໃຫ້ຊ່ວຍຊາວເມືອງໃຫ້ພົ້ນທຸກ ສາມໃຫ້ຊາວເມືອງຈົ່ງມີຄວາມສຸກທຸກເພດທຸກໄວ ສີ່ຂໍໃຫ້ຢ່າໄດ້ຕົກຢູ່ໃຕ້ອຳນາດຂອງສະຕຣີ ຫ້າຂໍໃຫ້ໄດ້ພົບພະໂອຣົດ ແລະ ພະທິດາທີ່ໄດ້ພັດ ພາກຈາກກັນ ຫົກຂໍໃຫ້ໄດ້ອາຫານທິບທຸກວັນນັບຕັ້ງແຕ່ໄດ້ຄອງຣາຊ ເຈັດຂໍໃຫ້ມີຈິດໃຈຜ່ອງໃສໃນການໃຫ້ທານ ແປດເມື່ອຈາກໂລກນີ້ຂໍໃຫ້ໄປຢູ່ສະຫວັນ ແລະ ເມື່ອເກີດມາເປັນມະນຸດອີກຄັ້ງກໍຂໍໃຫ້ໄດ້ຕັດສະຣູ້ເປັນພະພຸດທະເຈົ້າ ພະເວດສັນດອນນ້ອມຮັບຄຳອວຍພອນດ້ວຍຄວາມຍິນດີ. ຊູຊົກພາພະກັນຫາ ແລະ ພະຊາລີມາເຖິງທາງແບ່ງສອງທາງ ທາງສາຍໜຶ່ງແຍກໄປທາງອື່ນສ່ວນອີກທາງສາຍໜຶ່ງໄປເມືອງເຊດຕຸດອນ ຣາຊ ທານີແຕ່ດວ້ຍບຸນຂອງພະສອງກຸມມານ ຈິ່ງບັນດານໃຫ້ຊູຊົກຕັດສິນໃຈໄປເມືອງເຊດຕຸດອນ ເພື່ອພາສອງກຸມມານເຂົ້າເຝົ້າພະເຈົ້າສົນໄຊ ເມື່ອເຫັນຫຼານທັງສອງກໍຈຳໄດ້ພະນາງບຸດສະດີກໍເຊັ່ນກັນທັງສອງພະອົງດີພະໄທມາກ ຮັບສັ່ງໃຫ້ສັບສິນ ແລະ ສິ່ງຂອງສ່ວນພະອົງມາໄຖ່ເອົາຫຼານຮັກຂອງຕົນ ແລະ ໃຫ້ຊັບສິນອື່ນໆເປັນຈຳນວນຫຼວງຫລາຍແລ້ວລ້ຽງອາຫານຊູຊົກຢ່າງເຕັມທີ່ ສ່ວນຊູຊົກໂລບມາກກິນອາຫານຫລາຍຈົນເກີນໄປເຮັດອາຫານຍ່ອຍຍາກແລະທ້ອງກໍແຕກຕາຍໄປໃນທີ່ສຸດ ພະເຈົ້າສົນໄຊຮັບສັ່ງຂະບວນໃຫ້ໄປຮັບເອົາພະເວດສັນດອນ ແລະ ນາງມັດທີຢູ່ເຂົາວົງກົດ ຂະນະນັ້ນພະເຈົ້າກະລິງຄະຣັດ ກໍໃຫ້ພາມນຳຊ້າງປັດໃຈນາຄມາຄືນ ພະເຈົ້າສົນໄຊຈິ່ງນຳຂະບວນດ້ວຍຊ້າງປັດໃຈນາຄ. ເມື່ອກະສັດທັງ 6 ພະອົງໄດ້ແກ້ ພະເຈົ້າສົນໄຊ ພະນາງບຸດສະດີ ພະເວດສັນດອນ ພະນາງ ມັດທີ ພະຊາລີກຸມມານ ແລະ ພະກັນຫາກຸມມາຣີໄດ້ພົບກັນກໍດີພະໄທ ຮ້ອງໄຫ້ຈົນສະລົບໄປທຸກ ພະອົງພະອິນຈິ່ງດົນບັນດານໃຫ້ຝົນຕົກ ເຮັດໃຫ້ກະສັດທັງຫົກຈິ່ງຟື້ນຂຶ້ນມາ ເມື່ອສະເດັດກັບພະນະຄອນ ພະເວດສັນດອນຈິ່ງໄດ້ຂຶ້ນຄອງຣາຊສົມອີກຄັ້ງໜຶ່ງດ້ວຍຄວາມສັນຕິສຸກ ເມື່ອພະເວດສັນດອນສະຫວັນນະຄົດໄປສະຫວີຍສຸກຢູບົນສະຫວັນຊັ້ນດຸສິດສະຫວັນນະທີ່ນັນເປັນເວລາຊ້າງນານຈິ່ງຈຸຕິລົງມາເກີດເປັນເຈົ້າຊາຍສິດທັດທະກຸມມານ ແລະໄດ້ຕັດສະຮູ້ເປັນພະພຸດທະເຈົ້າຂອງເຮົາໃນກາຣະຕໍ່ມາ.
ຂໍ້ມູນຮູບພາບປະກອບ: ມໍລະດົກລ້ານຊ້າງ
ຂຽນໂດຍ ນາງສາຍວາລິນ ບໍລະວົງ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!