spot_img
Homeຂ່າວພາຍ​ໃນບຸກຄົນທີ່ສາມາດອອກນອກປະເທດໄດ້ແມ່ນມີພຽງ 3 ປະເພດເທົ່ານັ້ນ!

ບຸກຄົນທີ່ສາມາດອອກນອກປະເທດໄດ້ແມ່ນມີພຽງ 3 ປະເພດເທົ່ານັ້ນ!

Published on

ຜ່ານການໂອ້ລົມນຳທ່ານ ດຣ. ພອນປະດິດ  ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ. ເພີ່ນໄດ້ໃຫ້ຂໍ້ມຸນວ່າ ດ່ານທຸກໆປະເທດຍັງຄົງປິດຢູ່ ແລະ ຈະມີພຽງກໍລະນີທີ່ຈຳເປັນເທົານັ້ນ ຈຶ່ງສາມາດອອກຈາກປະເທດໄດ້ເຊັ່ນ:

  • ບຸກຄົນທີ່ມີຄວາມຈຳເປັນໃນການປີ່ນປົວ (ຕ້ອງມີໜັງສືຮັບຮອງຈາກໂຮງໝໍຕົ້ນທາງ ແລະ ປາຍທາງ)
  • ນັກສຶກສາທີ່ຕ້ອງໄດ້ກັບໄປຮຽນຕໍ່ (ຕ້ອງມີໃບຢັ້ງຍືນຈາກໂຮງຮຽນປາຍທາງ)
  • ນັກການທູດ

ແລະ ທີ່ມີຂ່າວກ່ອນໜ້ານີ້ກ່ຽວກັບທຸກຄົນທີ່ອອກຈາກປະເທດ ແມ່ນຕ້ອງໄດ້ມີໃບກວດໂຄວິດໝົດທຸກຄົນນັ້ນ ແມ່ນບໍ່ມີມູນຄວາມຈີງແຕ່ຢ່າງໃດ ເພາະເຮົາບໍ່ສາມາດກວດໃຫ້ໄດ້ໝົດທຸກຄົນນອກຈາກກໍລະນີຈຳເປັນທີ່ໄດ້ກ່າວມາໃນເບື້ອງຕົ້ນເທົ່ານັ້ນ. ແລະ ເພີ່ນຍັງໄດ້ໃຫ້ຂໍ້ມູນຕື່ມອີກວ່າ ສຳລັບຄົນຕ່າງປະເທດ ທີ່ມີຄວາມຈຳເປັນທີ່ຈະຕ້ອງໄດ້ກັບບ້ານແມ່ນບໍ່ສາມາດກັບໄດ້ເທື່ອຈົນກວ່າຈະມີຄຳແນະນຳຈາກກະຊວງການຕ່າງປະເທດ ເຊີ່ງຈະມີກໍານົດການອອກມາໃນໄວໆນີ້ໃຫ້ໄດ້ຮູ້ກັນ. ສຸດທ້າຍ ເພີ່ນຍັງໄດ້ໃຫ້ຄຳແນະນຳຕື່ມກ່ຽວກັບການຕິດຕາມຂ່າວສານຕ່າງໆ ແມ່ນໃຫ້ຕິດຕາມຈາກແຈ້ງການທີ່ອອກມາຈາກກະຊວງ ແລະ ແຫຼ່ງຂ່າວທີ່ເຊື່ອຖືໄດ້ເທົ່ານັ້ນ ເພື່ອບໍ່ເປັນການສ້າງຄວາມວຸ້ນວາຍ ແລະ ເຮັດໃຫ້ຄະນະສະເພາະກິດເຮັດວຽກໄດ້ງ່າຍຂື້ນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...