spot_img
Homeຂ່າວຕ່າງປະເທດບັງກລາເທດກຳລັງປະເຊີນກັບວິກິດເສດຖະກິດ

ບັງກລາເທດກຳລັງປະເຊີນກັບວິກິດເສດຖະກິດ

Published on

ໃນອາທິດແລ້ວນີ້ ປະຊາຊົນໄດ້ອອກມາເດີນຂະບວນປະທ້ວງຄັ້ງໃຫຍ່ ຫຼັງຈາກລັດຖະບານຂຶ້ນລາຄານ້ຳມັນເຊື້ອໄຟຫຼາຍເຖິງ 51,2% ເປັນການຂຶ້ນລາຄາສູງສຸດນັບຕັ້ງແຕ່ປະເທດໄດ້ປະກາດເອກະລາດໃນປີ 1971.

ການປະທ້ວງຄັ້ງໃຫຍ່ໃນບັງກລາເທດ

ເນື່ອງຈາກປັດໄຈຈາກພະຍາດລະບາດ ແລະ ສົງຄາມໃນຢູເຄຣນ ເຮັດໃຫ້ເງິນຕາບັງກລາເທດອ່ອນຄ່າລົງ ໂດຍຊ່ວງ 3 ເດືອນທີ່ຜ່ານມາເງິນອ່ອນຄ່າຫຼາຍເຖິງ 20% ເຮັດໃຫ້ລັດຖະບານຕ້ອງປະກາດໂຈະແຜນການລົງທຶນຂອງປະເທດອອກໄປກ່ອນ.

ນອກນັ້ນລັດຖະບານຍັງໄດ້ເຈລະຈາຂໍຄວາມຊ່ວຍເຫຼືອຈາກກອງທຶນການເງິນລະຫວ່າງປະເທດ IMF ແລະ ຍື່ນຂໍເງິນກູ້ຈາກສະຖາບັນການເງິນລະຫວ່າງປະເທດ ADB ຜູ້ລະ 1.000 ລ້ານໂດລາສະຫະລັດ ແລະ ທະນະຄານໂລກ ເພື່ອມາເສີມສະພາບຄ່ອງ ຫຼັງຈາກທີ່ເງິນທຶນສຳຮອງລະຫວ່າງປະເທດຫຼຸດລົງມາເຫຼືອ  38,480 ລ້ານໂດລາໃນເດືອນແລ້ວນີ້ ແລະ ຕົວເລກຂາດດຸນເພີ່ມຂຶ້ນສູງເປັນ 33,300 ລ້ານໂດລາ ໃນເດືອນມິຖຸນາ.

ທາງດ້ານຜູ້ຊ່ຽວຊານດ້ານເສດຖະກິດລະຫວ່າງປະເທດເບິ່ງວ່າ ເຖິງສະຖານະການບັງກລາເທດເບິ່ງຄືຈະເຂົ້າຂັ້ນວິກິດຄືກັບສີລັງກາ ແຕ່ບັງກລາເທດມີອັດຕາການເຕີບໂຕທາງເສດຖະກິດສູງກວ່າປະເທດອື່ນໆ ແລະ ເຊື່ອວ່າບັງກລາເທດຈະບໍ່ເປັນຄືກັບສີລັງກາ.

ຂໍ້ມູນຈາກ Aljazeera  Independent India Today

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...