spot_img
Homeຂ່າວຕ່າງປະເທດບຣາຊິວພົບ "ຫິນປລາສະຕິກ" ທີ່ມາຈາກການກະທຳຂອງຄົນເຮົາ

ບຣາຊິວພົບ “ຫິນປລາສະຕິກ” ທີ່ມາຈາກການກະທຳຂອງຄົນເຮົາ

Published on

ນັກວິໄຈໃນບຣາຊິວພົບເຫັນ ຫິນທີ່ມີປລາສະຕິກເປັນສ່ວນປະກອບ ທີ່ເກາະຕຣິນດາຈີ ເຊິ່ງເປັນແຫຼ່ງວາງໄຂ່ຂອງເຕົ່າຕະນຸ (Green sea turtle) ແລະ ຢູ່ຫ່າງຈາກແຜ່ນດິນໃຫຍ່ເປັນພັນກິໂລແມັດ ນີ້ເປັນສິ່ງເຕືອນເຖິງມົນລະພິດ ຫຼື ຂີ້ເຫຍື້ອທີ່ຄົນເຮົາສ້າງ ເຊິ່ງມັນໄດ້ກະຈາຍໄປທຸກມຸມຂອງໂລກ.

ກ້ອນຫິນທີ່ມີບາງສ່ວນເປັນສີຂຽວສົດ ຄື ຫິນທີ່ມີປລາສະຕິກລະລາຍປົນເປັນສ່ວນໜຶ່ງຂອງກ້ອນຫິນ ຖືກພົບເຫັນໃນເກາະຕຣິນດາຈີ ທີ່ເປັນເກາະພູເຂົາໄຟບຣາຊິວ.

Brazilian researchers find 'terrifying' plastic rocks on remote island |  Inquirer News

ນັກວິໄຈເອີ້ນສິ່ງນີ້ວ່າ “plastiglomerates” ແມ່ນຫິນຊະນິດໃໝ່ທີ່ ສະມາຄົມທໍລະນີວິທະຍາອາເມຣິກາ ຄົ້ນພົບໃນປີ 2013 ມັນກໍ່ຕົວມາຈາກປລາສະຕິກເມື່ອຖືກຄວາມຮ້ອນ ແລະ ລະລາຍຮວມຕົວກັບ ຊາຍ ຫິນ ເປືອກຫອຍ ແລະ ປະກາຮັງ ເຊິ່ງປລາສະຕິກຈະຕິດເອົາສິ່ງຕ່າງໆເຫຼົ່ານີ້ມາຕິດກັນ.

ເກາະແຫ່ງນີ້ຕັ້ງຢູ່ລັດ Espirito Santo ຂອງບຣາຊິວ ມັນໄກເຖິງ 1.140 ກິໂລແມັດ ເຮັດໃຫ້ການຄົ້ນພົບນີ້ສະທ້ອນເຖິງລະດັບຄວາມຮຸນແຮງຈາກມົນລະພາວະຂອງຄົນເຮົາທີ່ສ້າງຂຶ້ນມາ ແລະ ກຳລັງສົ່ງກະຈາຍໄປທຸກບ່ອນ.

Brazilian researchers find 'terrifying' plastic rocks on remote island |  MarketScreener

ຈາກການກວດສອບຂອງ “ຫິນປລາສະຕິກ” ໄດ້ຮູ້ວ່າ ມັນມາຈາກປລາສະຕິກທົ່ວໄປທີ່ຖືກທະເລພັດມາສະສົມຢູ່ເທິງແຄມຝັ່ງ ແລະ ເມື່ອອຸນຫະພູມສູງຂຶ້ນ ປລາສະຕິກ ກໍລະລາຍຈົນມາຮວມເປັນອັນດຽວກັນ.

ເກາະແຫ່ງນີ້ເປັນສະຖານທີ່ໃນການອະນຸລັກເຕົ່າຕະນຸ ທີ່ສຳຄັນຂອງໂລກ ໃນແຕ່ລະປີຈະມີເຕົ່າຫຼາຍພັນຕົວ ມາໄຂ່ຢູ່ເທິງເກາະ ແລະ ເທິງເກາະນີ້ມັນປອດໄພເພາະບໍ່ມີປະຊາຊົນອາໄສຢູ່ ແຕ່ມີພຽງທະຫານທີ່ມາຕັ້ງຖານເພື່ອເຝົ້າລະວັງເຕົ່າເຫຼົ່ານີ້.

ແຫຼ່ງຂ່າວ Reuter 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...