spot_img
Homeຂ່າວຕ່າງປະເທດບຣາຊິນຈັບກຸມຜູ້ຖືກສົງໄສ 10 ຄົນ ຄາດກ່ຽວຂ້ອງກຸ່ມໄອເອັສ ວາງແຜນໂຈມຕີໂອລິມປິກ!

ບຣາຊິນຈັບກຸມຜູ້ຖືກສົງໄສ 10 ຄົນ ຄາດກ່ຽວຂ້ອງກຸ່ມໄອເອັສ ວາງແຜນໂຈມຕີໂອລິມປິກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກໍລະກົດນີ້ວ່າ ມື້ວານນີ້ (21 ກໍລະກົດ) ທ່ານ ອະເລັກຊານເດຣ ໂມຣາເອສ ລັດຖະມົນຕີກະຊວງຍຸຕິທຳ ປະເທດບຣາຊິນ ໄດ້ອອກມາປະກາດ ສາມາດຈັບກຸມເຄືອຂ່າຍ ກຸ່ມກໍ່ການຮ້າຍ ຈຳນວນ 10 ຄົນ ທີ່ຄາດວ່າເປັນເຄືອຂ່າຍດຽວກັນກັບ ກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ປະເທດອີຣັກ ແລະ ຊີຣີ ກຳລັງວາງແຜນການໂຈມຕີ ໃນໄລຍະຈັດການແຂ່ງຂັນ ກິລາໂອລິມປິກ ທີ່ປະເທດບຣາຊິນເປັນເຈົ້າພາບ, ພ້ອມນັ້ນ ທ່ານຍັງລະບຸອີກວ່າ ເຈົ້າໜ້າທີ່ຕຳຫລວດ ກຳລັງຄົ້ນຫາຜູ້ຖືກສົງໄສອີກ ຈຳນວນ 2 ຄົນ ໃນປັດຈຸບັນນີ້.

ແນວໃດກໍຕາມ, ທ່ານ ໂມຣາເອສ ໄດ້ກ່າວວ່າ ເຄືອຂ່າຍກຸ່ມດັ່ງກ່າວນີ້ ບໍ່ໄດ້ມີແຜນການເຈາະຈົງ ວ່າມີເປົ້າໝາຍໂຈມຕີຢູ່ສະຖານທີ່ໃດ ແຕ່ເຖິງແມ່ນພວກເຂົາ ຫາກດຳເນີນການທີ່ເປັນໄພຄຸກຄາມ ບໍ່ວ່າຈະສົ່ງຜົນກະທົບໜ້ອຍທີ່ສຸດ ກໍຈະຖືກເຈົ້າໜ້າທີ່ບຣາຊິນ ລົງໂທດໃນສະຖານໜັກ ໃນທຸກໆແຜນການໂຈມຕີ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...