ນ.ວ ຈະ​ຮື້​ຖອນ​ສາຍ​ໄຟ­ຟ້າ – ເຄ​ເບີ້ນ – ໂທລະ­ສັບ ໃຫ້​ເຂົ້າ​ສູ່​ລະ­ບຽບ!

Powerlines_Ha_Tien

ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ກັບ​ພາກ​ເອກ​ກະ​ຊົນ​ຈະ​ເລີ່ມ​ລົງ­ມື​ຮື້​ຖອນ ແລະ ປັບ­ປຸງ​ສາຍໄຟ­ຟ້າ ​ສາຍ​ໂທລະ­ສັບ ສາຍ​ໂທລະ­ພາບ​ເຄ​ເບີ້ນທີ່​ຫຍຸ້ງ​ກ້ຽວ​ພັນ​ເສົາ​ໄຟ­ຟ້າ ແລະ ຕົ້ນ­ໄມ້ຕາມ​ເສັ້ນ­ທາງ​ຕ່າງໆໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ເຂົ້າ​ສູ່​ລະ­ບົບ​ພາຍ​ໃນ​ເດືອນ​ນີ້ ພາຍ­ຫຼັງກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ແລະ ແລກ­ປ່ຽນ​ຄວາມ​ຄິດ​ເຫັນ ໄດ້​ມີ​ມະ­ຕິ​ຕົກ­ລົງ​ຈັດ​ຕັ້ງ​ປະ­ຕິ­ບັດຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 19 ພຶດ­ສະ­ພາ 2015 ນີ້ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

ກອງ​ປະ­ຊຸມ​ໄດ້​ເຊີນ​ຄະ­ນະ​ຊີ້​ນຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂອງໂທລະ​ຄົມ­ມະ­ນາ­ຄົມ ໂທລະ­ພາບ​ເຄ​ເບີ້ນ ແລະ ອົງ​ການ­ຈັດ­ຕັ້ງ​ທີ່​ກ່ຽວ­ຂ້ອງ ຮ່ວມ​ກັນ​ສົນ­ທະ­ນາ ແລະ ແລກປ່ຽນ​ບົດ­ຮຽນ​ເພື່ອ​ຫາ​ທາງ​ອອກ​ໃນ​ການ​ແກ້​ໄຂ​ບັນ­ຫາ​ທີ່​ເກີດ​ຂຶ້ນ ພ້ອມນີ້​ກໍ່​ຕ້ອງ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ເປັນ​ເອ­ກະ​ພາບ​ໃນ​ການ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ເປັນ​ຮູບ​ ປະທຳ.

ທ່ານ ຄູ​ທອງ ທ່ຽງ​ມະ­ນີ ຫົວ­ໜ້າ​ຂະ­ແໜງ​ບໍ­ລິ­ຫານ​ພະ­ລັງ­ງານ ແລະ ສົ່ງ­ເສີມ​ພະ­ລັງ­ງານທົດ​ແທນ ໄດ້​ໃຫ້​ສຳ­ພາດ​ຕໍ່​ນັກ​ຂ່າວສຳ­ນັກ​ຂ່າວ­ສານ​ປະ­ເທດ​ລາວ ​ວ່າ: ເພື່ອ​ປະ­ຕິ­ບັດ 6 ສ ກຽມ​ໃສ່ 2 ວັນ​ປະ­ຫວັດ­ສາດ ເປັນ​ປະ­ທານ​ອາ​ຊຽນ ແລະ ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມສຸດ​ຍອດ​ອາ​ຊຽນ ພາຍ​ໃນ​ປີ 2015 ຢູ່ ສປປ ລາວ ນັ້ນ​ ພວກ​ເຮົາ​ມີ​ຄວາມ​ຈຳ­ເປັນ​ຕ້ອງໄດ້​ປັບ­ປຸງ ແລະ ແກ້​ໄຂ​ສິ່ງ​ບໍ່​ຈົບ​ບໍ່​ງາມ ແລະ ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໂດຍ​ສະ­ເພາະບັນ­ຫາ​ສາຍ​ໄຟ­ຟ້າ ສາຍ​ໂທລະ­ສັບ ແລະ ໂທລະ​ພາບ​ເຄ​ເບີ້ນ ທີ່​ປາ­ກົດ​ເຫັນ​ຕາມຈຸດ​ຕ່າງໆ​ໃນ​ສະ­ພາບ​ຫຍຸ້ງ​ກ້ຽວ​ພັນ ແລະ ຂ້າມ​ທາງ​ຢັ່ງ​ຢ່າຍ​ຊະ­ຊາຍ ເຊິ່ງ​ກໍ່­ໃຫ້­ເກີດ​ມີຄວາມ​ສ່ຽງ​ຕໍ່​ການ​ເກີດ​ອັກ­ຄີ​ໄຟ ແລະ ສ້າງ​ພາບ​ພົດ​ບໍ່​ຈົບ​ບໍ່​ງາມໃຫ້​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ສະ­ນັ້ນ ພວກ​ເຮົາ​ໄດ້​ຕົກ­ລົງ​ເຫັນ​ດີ​ເປັນ​ເອ­ກະ​ພາບ​ວ່າ: ສາຍ​ໄຟ­ຟ້າ​ຂ້າມ​ທາງ​ຢູ່​ຕາມ​ຈຸດຕ່າງໆ​ນັ້ນ ​ຕ້ອງ​ໄດ້​ມັດ​ໂຮມ​ເຂົ້າ​ຈຸດ​ດຽວ​ກັນ ແລະ ບໍ່​ອະ­ນຸ­ຍາດ​ໃຫ້​ບໍ­ລິ­ສັດ ຫຼື ນິ­ຕິ​ບຸກ​ໃດໜຶ່ງ ຕັດ­ສິນ​ໃຈ​ເອົາ​ສາຍ​ໄຟ­ຟ້າ​ຂ້າມ​ທາງ​ຕາມ​ລຳ​ຟັງ​ໃຈ ເພື່ອ​ຮັບ­ປະ­ກັນ​ເຮັດ​ໃຫ້​ສະ­ພາບດັ່ງ­ກ່າວ​ໝົດ​ໄປ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່