spot_img
Homeຂ່າວນໍ້າຖ້ວມນໍ້າປ່າໄຫຼຊຸ ຢູ່ບ້ານກອນຊອດ ເມືອງຜາອຸດົມ ມີຜູ້ເສຍຊີວິດ 1 ຄົນ

ນໍ້າປ່າໄຫຼຊຸ ຢູ່ບ້ານກອນຊອດ ເມືອງຜາອຸດົມ ມີຜູ້ເສຍຊີວິດ 1 ຄົນ

Published on

ອໍານາດການປົກຄອງບ້ານກອນຊອດ ເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເວລາ 15:30 ໂມງ – 18:00 ໂມງ ຂອງວັນທີ 15 ສິງຫາ 2023 ໄດ້ມີຝົນຕົກຫຼາຍ ຈຶ່ງເຮັດໃຫ້ນໍ້າຍາວມີປະລິມານເພີ່ມຂື້ນຫຼາຍ ແລະ ໄຫຼຊຸແຮງກະທັນຫັນ ເຮັດໃຫ້ມີຜູ້ເສຍຊີສິດ 1 ຄົນ.

ໃນເວລາທີ່ນໍ້າຍາວ ມີປະລິມານເພີ່ມຂື້ນຫຼາຍ ແລະໄຫຼແຮງ ໄດ້ມີປະຊາຊົນ 2 ຄົນ ເພດຍິງ ຄື: ນາງ ໄຈສອນ ອາຍຸ 20 ປີ ປະຊາຊົນບ້ານກອນຊອດ ແລະ ນາງ ຮັກ ອາຍຸ 13 ປີ ປະຊາຊົນບ້ານພຽງຄໍາ (ທີ່ໄປຍາມພີ່ນ້ອງຢູ່ບ້ານກອນຊອດ) ເຊິ່ງທັງ 2 ຄົນໄດ້ພາກັນໄປຊອກຫາກິນ (ໄປດຶກເບັດ) ແລະ ຍ່າງຂ້າມຂົວໄມ້ ເຊື່ຶອມຕໍ່ລະຫວ່າງ ບ້ານກອນຊອດ ຫາ ໂຮງຮຽນມໍຕົ້ນ ກອນຊອດ ໃນເວລາມີນໍ້າໄຫຼແຮງ ຈິ່ງເຮັດໃຫ້ຂົວດັ່ງກ່າວຫັກ ແລະ ຂາດ ເຮັດໃຫ້ທັງ 2 ຄົນ ຕົກລົງນໍ້າ, ໄຫຼໄປຕາມກະແສນໍ້າ, ໃນນັ້ນ ມີພົນລະເມືອງດີພົບເຫັນ, ຈິ່ງໄດ້ຊ່ວຍເຫຼືອ ນາງ ໄຈສອນ ອາຍຸ 20 ປີ ໄວ້ໄດ້ທັນ, ສ່ວນ ນາງ ຮັກ ອາຍຸ 13 ປີ ປະຊາຊົນບ້ານພຽງຄໍາ ໄດ້ໄຫຼໄປຕາມກະແສນໍ້າ.

ເວລາຕໍ່ມາ ອົງການຈັດຕັ້ງບ້ານ ແລະ ປະຊາຊົນໄດ້ພ້ອມກັນຄົ້ນຫາ ແລະ ເວລາ 6 ໂມງເຊົ້າ ຂອງວັນທີ 16 ສິງຫາ 2023 ຈິ່ງພົບສົບຜູ້ກ່ຽວ ຢູ່ບໍລິເວນແຄມນໍ້າຍາວຕິດຕາຝັ່ງ ກ້ອງບ້ານກອນຊອດ ຫ່າງຈາກຈຸດເກີດເຫດ ປະມານ 100 ແມັດ.

ປັດຈຸບັນ ທາງພໍ່ແມ່-ຜູ້ປົກຄອງ ແລະ ພີ່ນ້ອງ ໄດ້ນໍາເອົາສົບຜູ້ກ່ຽວມາເຮັດພິທີຕາມຮີດຄອງທາງສາສະໜາ.

ແຫຼ່ງຂ່າວ ຂ່າວສານທ້ອງຖິ່ນຜາອຸດົມ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...