spot_img
Homeຂ່າວຕ່າງປະເທດນໍ້າຖ້ວມໜັກທີ່ຫວຽດນາມ ປະຊາຊົນກວ່າ 50 ພັນຄົນຕ້ອງອົບພະຍົບ

ນໍ້າຖ້ວມໜັກທີ່ຫວຽດນາມ ປະຊາຊົນກວ່າ 50 ພັນຄົນຕ້ອງອົບພະຍົບ

Published on

ເວັບໄຊຂ່າວ dailynews ລາຍງານຈາກນະຫຼວງຮ່າໂນ່ຍ ເມື່ອວັນທີ 12 ຕຸລາ 2020 ວ່າ ຄະນະກຳມະ ການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດຂອງຫວຽດນາມ ໄດ້ລາຍງານກ່ຽວກັບຄວາມຄືບໜ້າຂອງສະພາບນໍ້າຖ້ວມ ເຊິ່ງເກີດຂຶ້ນຢ່າງກວ້າງຂວາງໃນເຂດພາກກາງຂອງປະເທດ ຈາກອິດທິພົນຂອງລົມມໍລະສຸມ ນັບຕັ້ງແຕ່ເດືອນນີ້ ເຊິ່ງມີລາຍງານຈຳນວນຜູ້ເສຍຊີວິດເພີ່ມຢ່າງໜ້ອຍ 20 ຄົນ ແລະ ມີຜູ້ສູນຫາຍ 14 ຄົນ.

ທັງນີ້, ພື້ນທີ່ທີ່ໄດ້ຮັບຜົນກະທົບລວມມີ: ແຂວງ ກວາງຈິ, ແຂວງກວາງນາມ, ແຂວງເຖື່ອທຽນເວ້ ແລະ ເມືອງດານັງ ໂດຍມີລາຍງານລະດັບນໍ້າຖ້ວມຂັງສູງ ຈາກ 30 ຊັງຕີແມັດ ຈົນເຖິງ 3 ແມັດ ເຮັດໃຫ້ປະ ຊາຊົນກວ່າ 50 ພັນຄົນ ຕ້ອງຍົກຍ້າຍອອກຈາກເຮືອນຂອງພວກເຂົາ, ໃນຂະນະທີ່ສະໜາມບິນນານາຊາດ ເວ້ ແລະ ດານັງຕ້ອງຖືກໂຈະໃຫ້ບໍລິການຊົ່ວຄາວ.

ນອກຈາກນີ້, ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຫວຽດນາມໄດ້ເຕືອນປະຊາຊົນໃນຂົງເຂດນີ້ ໃຫ້ກຽມພ້ອມຮັບມືກັບອິດທິພົນຂອງພາຍຸເຂດຮ້ອນ ລີຟານ ເຊິ່ງເປັນພາຍຸຫົວທີ 7 ທີ່ພາດຜ່ານພາກກາງຂອງປະເທດໃນອາທິດນີ້, ໃນເບື້ອງຕົ້ນປະລິມານນໍ້າຝົນທີ່ຄາດການແມ່ນ 600 ເຖິງ 700 ມິລີແມັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...