spot_img
Homeຂ່າວທ້ອງຖິ່ນນໍ້າຖ້ວມບໍລິຄັນກະທົບ 666 ຄອບຄົວ

ນໍ້າຖ້ວມບໍລິຄັນກະທົບ 666 ຄອບຄົວ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ຈາກເຫດການນໍ້າຖ້ວມຢູ່ເມືອງບໍລິຄັນ ແຂວງບໍລິຄໍາໄຊຊ່ວງຕົ້ນເດືອນສິງຫາທີ່ຜ່ານມາ ເຮັດໃຫ້ປະຊາຊົນຫຼາຍຄອບຄົວ ໄດ້ຮັບຄວາມເດືອດຮ້ອນ, ສູນເສຍຊັບສິນເງິນທອງ, ໄຮ່ນາຕາກ້າ ແລະ ຕອນນີ້ແມ່ນຂາດແຄນນໍ້າກິນ, ເຄື່ອງອຸປະໂພກບໍລິໂພກ.

ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ 7-8 ທີ່ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2020 ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 2-6 ສິງຫາ 2020 ໄດ້ເກີດນ້ຳຖ້ວມຢູ່ເມືອງບໍລິຄັນ ຍ້ອນວ່າຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນ ເຊິ່ງຜົນເສຍຫາຍເບື້ອງຕົ້ນ ມີບ້ານທີ່ໄດ້ຮັບຜົນກະທົບທັງໝົດ 15 ບ້ານ, 666 ຄອບຄົວ, ເນື້ອທີ່ນາ 236 ເຮັກຕ່າ, ສວນມັນຕົ້ນ 145 ເຮັກຕາ, ງົວ ຄວາຍຕາຍ 2 ໂຕ, ຫມູ 33 ໂຕ, ແບ້ 4 ໂຕ, ສັດປີກ 75 ໂຕ, ນ້ຳຖ້ວມໜອງປາ 16 ໜອງ, ທາງເປ່ເພ 3 ເສັ້ນ, ນອກນັ້ນ ຢູ່ບ້ານປາກເຫືອງໃໝ່ ຍັງໄດ້ເກີດດິນເຈື່ອນເຂົ້າຫາເຮືອນປະຊາຊົນ ຈໍານວນ 9 ຫຼັງ, ມາຮອດວັນທີ 10 ສິງຫາ 2020 ເຫັນວ່າໃນລະດັບນ້ຳໄດ້ເລີ່ມຫຼຸດລົງ ໃນລະດັບ 4,44 ແມັດ, ຖືວ່າສະຖານະການນ້ຳຖ້ວມໄດ້ເລີ່ມເບົາບາງລົງ.

ແນວໃດກໍ່ຕາມ ຕໍ່ກັບເຫດການທີ່ເກີດຂຶ້ນ ເປັນສັນຍານເຕືອນໃຫ້ເມືອງຕ້ອງກຽມພ້ອມຮັບມືກັບໄພທໍາມະຊາດທີ່ອາດເກີດຂຶ້ນໃນຕໍໜ້າອີກ ໂດຍທາງເມືອງມີຈຸດເຕືອນໄພ, ເຮືອກູ້ໄພ ແລະ ໄດ້ແຕ່ງຄະນະຮັບຜິດຊອບຕິດຕາມ, ມີຄະນະໄພພິບັດ ຮັບຜິດຊອບປະຈໍາການໃນແຕ່ລະວັນ ແລະ ຈຸດທີ່ມີຄວາມສ່ຽງທາງຄະນະຮັບຜິດຊອບ ໄດ້ລົງສົມທົບກັບຄະນະພັກ, ອໍານາດການປົກຄອງບ້ານ ເຕືອນໃຫ້ພໍ່ແມ່ປະຊາຊົນມີສະຕິລະວັງຕົວສູງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...