spot_img
Homeຂ່າວຕ່າງປະເທດນ້ຳໃນທະເລສາບເມືອງຫລວງຫວຽດນາມ ເຂົ້າຂັ້ນວິກິດ ປາຕາຍຫລວງຫລາຍ ທາງການເລັ່ງກຳຈັດ!

ນ້ຳໃນທະເລສາບເມືອງຫລວງຫວຽດນາມ ເຂົ້າຂັ້ນວິກິດ ປາຕາຍຫລວງຫລາຍ ທາງການເລັ່ງກຳຈັດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ຕຸລາຜ່ານມານີ້ວ່າ ເກີດເຫດປາຕາຍຈຳນວນມະຫາສານ ຢູ່ທະເລສາບໂຮເຕິຍ (Ho Tay) ນະຄອນຫລວງຮາໂນ້ຍ ປະເທດຫວຽດນາມ ໂດຍເຫດການດັ່ງກ່າວເກີດຂຶ້ນ ໃນວັນອາທິດທີ 2 ຕຸລາຜ່ານມານີ້ ເມື່ອປະຊາຊົນໃນທ້ອງຖິ່ນ ພົບເຫັນປາຈຳນວນຫລາຍພັນໂຕ ຕາຍຟູນ້ຳ ແລະ ຄ້າງຢູ່ຕາມແຄມຝັ່ງຈຳນວນຫລວງຫລາຍ ພ້ອມທັງສົ່ງກິ່ນເໝັນພາຍໃນບໍລິເວນດັ່ງກ່າວ.

ເຈົ້າໜ້າທີ່ອົງການປົກຄອງທ້ອງຖິ່ນຂອງເຂດດັ່ງກ່າວ ໄດ້ດຳເນີນການກວດສອບ ຊຶ່ງທາງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງຮາໂນຍ ໄດ້ຖືກມອບໝາຍໃຫ້ ດຳເນີນການເກັບກູ້ຊາກປາຕາຍ ແລະ ກຳຈັດ ເພື່ອປ້ອງກັນມົນລະພິດ ທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ ພາຍໃນບໍລິເວນໃກ້ຄຽງ. ການກວດສອບຂອງເຈົ້າໜ້າທີ່ຫວຽດນາມໃນເບື້ອງຕົ້ນພົບວ່າ ນ້ຳໃນທະເລສາບຂາດອົກຊີເຢັນ ຊຶ່ງອາດເປັນສາເຫດເຮັດໃຫ້ປາຕາຍ, ແນວໃດກໍຕາມ ຍັງຈະຕ້ອງໄດ້ກວດສອບເພີ່ມເຕີມ ເພື່ອຊອກຫາສາເຫດທີ່ເຮັດໃຫ້ນ້ຳໃນທະເລສາບ ມີຄຸນນະພາບຕ່ຳລົງ.

VIETNAM-ENVIRONMENT-POLLUTION-FISH-DEATH

Workers collect dead fishes floating in the polluted West Lake in Hanoi

VIETNAM-ENVIRONMENT-POLLUTION-FISH-DEATH

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...