spot_img
Homeຂ່າວຕ່າງປະເທດນ້ຳຖ້ວມໜັກ ອິນເດຍ - ປາກິດສະຖານ ຍອດຜູ້ເສຍຊີວິດເກືອບ 400 ແລ້ວ!

ນ້ຳຖ້ວມໜັກ ອິນເດຍ – ປາກິດສະຖານ ຍອດຜູ້ເສຍຊີວິດເກືອບ 400 ແລ້ວ!

Published on

 

ເມື່ອວັນທີ 9 ກັນຍາ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດ ລາຍງານຄວາມຄືບໜ້າຂອງສະຖານະການນ້ຳ

ຖ້ວມຄັ້ງໃຫຍ່ໃນແຄ້ວນແຄດເມຍ ທາງພາກເໜືອຂອງອິນເດຍ ແລະ ທາງຕາເວັນອອກຂອງປາກິດສະຖານ

ທີ່ດຳເນີນມາຫຼາຍວັນແລ້ວໂດຍໄດ້ລະບຸວ່າ ຍັງຄົງຢູ່ໃນສະພາບວິກິດ ແລະ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດເພີ່ມ

ຂຶ້ນຢ່າງໜ້ອຍ 375 ລາຍແລ້ວ ໃນຂະນະທີ່ເຈົ້າໜ້າທີ່ທາງການ ພະຍາຍາມນຳສົ່ງສິ່ງຂອງບັນເທົາທຸກ ໄປຊ່ວຍ

ເຫລືອຊາວບ້ານຫລາຍແສນຄົນ ທີ່ຍັງຕິດຄ້າງຢູ່ເທິງຫລັງຄາເຮືອນ ຫລື ພື້ນທີ່ສູງ ແລະ ຄວາມພະຍາຍາມທີ່

ຈະອົບພະຍົບປະຊາຊົນ ອອກມາຈາກພື້ນທີ່ປະສົບໄພ.

 

ລາຍງານຂ່າວໄດ້ລະບຸວ່າ ໃນປາກິດສະຖານ ມີຜູ້ເຄາະຮ້າຍສັງເວີຍຊີວິດຈາກອຸທົກກະໄພຄັ້ງໃຫຍ່ແລ້ວ 200 ຄົນ

ສ່ວນໃຫຍ່ຢູ່ໃນລັດປັນຈາບ ທາງພາກຕາເວັນອອກ, ສ່ວນຢູ່ທີ່ແຄ້ວນແຄດເມຍຂອງອິນເດຍນັ້ນ ມີຜູ້ເສຍຊີວິດ

175 ຄົນ ໂດຍສ່ວນໃຫຍ່ແມ່ນເນື່ອງຈາກຖືກກະແສນ້ຳໄຫລແຮງພັດພາໄປ.

 

ທັງນີ້ ເມື່ອທ້າຍອາທິດທີ່ຜ່ານມາ ນາຍົກລັດຖະມົນຕີ ນະເຣນທຣາ ໂມດີ ແຫ່ງອິນເດຍ ໄດ້ສົ່ງສານເຖິງ ທ່ານ ນາ

ວາດ ຊາຣິບ ນາຍົກລັດຖະມົນຕີປາກິດສະຖານ ເພື່ອສະເໜີຄວາມຊ່ວຍເຫລືອຊາວປາກິດສະຖານທີ່ປະສົບໄພນ້ຳ

ຖ້ວມຢູ່ໃນບໍລິເວນຊາຍແດນປາກິດສະຖານ ທີ່ຕິດກັບແຄ້ວນແຄດເມຍຂອງອິນເດຍ ໂດຍນາຍົກລັດຖະມົນຕີ

ຊາຣິບ ໄດ້ສະແດງຄວາມຂອບໃຈຕໍ່ໄມຕີຈິດຂອງທາງການອິນເດຍ ທີ່ສະເໜີໃຫ້ຄວາມຊ່ວຍເຫລືອດັ່ງກ່າວ ເຊິ່ງ

ເຫລືອພຽງແຕ່ໃນຂະນະນີ້ ທາງການປາກິດສະຖານ ໄດ້ກຽມຂະຫຍາຍຄວາມຊ່ວຍເຫລືອແກ່ຜູ້ປະສົບໄພເທົ່າທີ່

ຕົນເອງຈະເຮັດໄດ້.

 

000_Del6351560_1

NjpUs24nCQKx5e1DGUNy6WvprfIkpNRznUsxnAV5qNz

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...