spot_img
Homeຂ່າວຕ່າງປະເທດນ້ຳຖ້ວມໜັກຢູ່ເກົາຫລີເໜືອ ເສຍຊີວິດຢ່າງໜ້ອຍ 60 ຄົນ ປະຊາຊົນກວ່າ 44​ ພັນຄົນ ບໍ່ມີທີ່ຢູ່ອາໄສ!

ນ້ຳຖ້ວມໜັກຢູ່ເກົາຫລີເໜືອ ເສຍຊີວິດຢ່າງໜ້ອຍ 60 ຄົນ ປະຊາຊົນກວ່າ 44​ ພັນຄົນ ບໍ່ມີທີ່ຢູ່ອາໄສ!

Published on

ຂປລ. ຕາມ​ຂ່າວຕ່າງປະ​ເທດ, ວັນທີ 6 ກັນຍາ, ເຈົ້າໜ້າທ່ີສຳນັກງານ ​ເພື່ອ​ການ​ປະສານ​ງານດ້ານ​ມະນຸດສະທຳ​ ແຫ່ງ ​ສະຫະ​ປະຊາ​ຊາດ (OCHA) ໃຫ້ຮູ້ວ່າ ເກີດອຸທ​ົກກະ​ໄພ​ໃນ ​ສປປ ​ເກົາຫລີ ຫລື ເກົາຫລີເໜືອ ເຮັດໃຫ້ມີ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 60 ຄົນ​, ສູນຫາຍ 15 ຄົນ ​ແລະ ອີກ 44.000 ກວ່າ​ຄົນ ​ບໍ່​ມີ​ທີ່ຢູ່​ອາ​ໄສ ​ເນື່ອງ​ຈາກແມ່​ນ້ຳ​ຕູ​ເມນ ຊຶ່ງ​ເປັນ​ໜຶ່ງ​ໃນ​ແມ່​ນ້ຳ​ສາຍຫລັກ ທາງ​ຕາ​ເວັນ​ອອກ​ສຽງເໜືອ​ຂອງ​ທະວີບອາຊີ, ເປັນເຂດຊາຍແດນຕິດກັບຈີນ ແລະ ລັດເຊຍ ມີລະດັບນ້ຳເພີ່ມສູງຂຶ້ນ ພາຍຫລັງຝົນຕົກ ຢ່າງໜັກເປັນເວລາ 4 ວັນຜ່ານມາ. ນອກຈາກນີ້ ເຮືອນຊານ ແລະ ອາຄານຕ່າງໆ ໄດ້ຮັບຄວາມເສຍຫາຍ 9.000-15.000 ແຫ່ງ, ເນື້ອທ່ີກະສິກໍາອີກ 10.000 ​ເຮັກຕາ ຈົມ​ຢູ່​ໃຕ້​ນ້ຳ. ປັດຈຸບັນ, ອົງການຈັດຕັ້ງສາກົນຫລາຍແຫ່ງ ພວມເລັ່ງໃຫ້ການຊ່ວຍ​ເຫລືອ​ປະຊາຊົນ ຜູ້ປະສົບເຄາະຮ້າຍດັ່ງກ່າວ ຢ່າງຮີບດ່ວນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...