spot_img
Homeຂ່າວຕ່າງປະເທດນາໂຕສົ່ງເຮືອບິນຂັບໄລ່ເຮືອບິນຮົບຣັດເຊຍ ທີ່ບິນເຂົ້າໃຫ້ຊາຍແດນຟິນແລນ

ນາໂຕສົ່ງເຮືອບິນຂັບໄລ່ເຮືອບິນຮົບຣັດເຊຍ ທີ່ບິນເຂົ້າໃຫ້ຊາຍແດນຟິນແລນ

Published on

ນາໂຕ ສົ່ງເຮືອບິນຂັບໄລ່ສະກັດເຮືອບິນຮົບຣັດເຊຍ 2 ລຳທີ່ບິນເຂົ້າມາໃນທະເລໃຫ້ຊາຍແດນຟິນແລນ ຫຼັງຈາກທີ່ສະວີເດັນ ແລະ ຟິນແລນ ສະໝັກເປັນນາໂຕ.

ໃນວັນທີ 27 ພຶດສະພາ ທີ່ຜ່ານມານີ້ ເດລີ່ເມວລາຍງານວ່າ ນາໂຕສົ່ງເຮືອບິນ F-35 ຂຶ້ນສະກັດເຮືອບິນຮົບຣັດເຊຍ 2 ລຳ ທີ່ເຂົ້າມາໃນເຂດທະເລນໍວີຈຽນ ໃນວັນທີ 26 ພຶດສະພາ ຕາມເວລາທ້ອງຖິ່ນ, ຫຼັງຈາກກອງທັບອາກາດນໍເວ ໄດ້ເຫັນເຮືອບິນຮົບຣັດເຊຍບິນໃກ້ຊາຍແດນຟິນແລນ ໃນລະຫວ່າງຄວາມຕຶງຄຽດຂອງຣັດເຊຍ ກັບກຸ່ມປະເທດໃນພູມິພາກເອີຣົບຕອນເໜືອ ທີ່ທະວີຂຶ້ນ ຫຼັງຈາກທີ່ປະເທດຟິນແລນ ແລະ ສະວີເດັນສະມັກຂໍເຂົ້າຮ່ວມນາໂຕ ຈົນເຮັດໃຫ້ຣັດເຊຍທີ່ກຳລັງຄັດແຍ່ງກັບຢູເຄຣນຢູ່ນັ້ນບໍ່ພໍໃຈ.

ຜູ້ຈັດການຝ່າຍສື່ສານປະຈຳກອງມທັບອາກາດນໍເວ ເປີດເຜີຍວ່າ: ກອງທັບອາກາດນໍເວ ມີເຮືອບິນຂັບໄລ່ປະຈຳການກຽມພ້ອມ 2 ລຳ ເພື່ອໃຊ້ໃນການປະຕິບັດການ Quick Reaction Alert (QRA) ຂອງກອງທັບນາໂຕ ເພື່ອກຽມຮັບກັບສະຖານະການສຸກເສີນ ເຊິ່ງສາມາດບິນພາຍໃນ 15 ນາທີ ແລະ ກຽມພ້ອມຕະຫຼອດ 24 ຊົ່ວໂມງ ໃນທຸກໆມື້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...