spot_img
Homeຂ່າວພາຍ​ໃນນາໂຕສົ່ງລະບົບປ້ອງກັນລູກສອນໄຟ IRIS-T ໃຫ້ຢູເຄຣນ

ນາໂຕສົ່ງລະບົບປ້ອງກັນລູກສອນໄຟ IRIS-T ໃຫ້ຢູເຄຣນ

Published on

ນາໂຕ (NATO) ປະກາດສົ່ງລະບົບປ້ອງກັນການໂຈມຕີທາງອາກາດໃຫ້ຢູເຄຣນເພີ່ມ ພ້ອມໃຫ້ຄຳໝັ້ນເລື່ອງການສະໜັບສະໜູນທາງທະຫານ ແລະ ປະນາມການໂຈມຕີຄັ້ງໃຫຍ່ຂອງຣັດເຊຍໃນ 2 ມື້ທີ່ຜ່ານມາ.

ສຳນັກຂ່າວ Ukrinform ຂອງຢູເຄຣນ ໄດ້ລາຍງານວ່າ: ໃນວັນພຸດ ທີ 12 ຕຸລາ 2022 ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສະມາຊິກອົງກອນສົນທິສັນຍາປ້ອງກັນອັດລັງຕິກເໜືອ ຫຼື ນາໂຕ (NATO) ກັບຜູ້ແທນຈາກຕ່າງປະເທດ ຫຼາຍກວ່າ 50 ປະເທດ ປະຊຸມຮວມກັນທີ່ສຳນັກງານໃຫຍ່ໃນກຸງບຣັດເຊລ ປະເທດເບລຢຽມ.

ທ່ານ ລອຍ ອອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ກ່າວເປີດການປະຊຸມດ້ວຍການປະນາມການໂຈມຕີຂອງຣັດເຊຍ ເປັນການໂຈມຕີທີ່ບໍ່ມີເປົ້າໝາຍທາງທະຫານເລີຍ ສະແດງໃຫ້ໂລກເຫັນເຖິງຄວາມໂຫດຮ້າຍຂອງສົງຄາມທີ່ຣັດເຊຍໄດ້ກໍ່ຂຶ້ນ ຢ່າງໃດກໍຕາມການໂຈມຕີຫຼ້າສຸດມີແຕ່ເຮັດໃຫ້ຄວາມເດັດດ່ຽວຂອງຄົນຢູເຄຣນເພີ່ມຂຶ້ນ ແລະ ຮວມຄວາມປາດຖະໜາດີຈາກປະເທດຕ່າງໆທົ່ວໂລກຫຼາຍຂຶ້ນ.

ຂະນະທີ່ປະເທດເຢຍຍລະມັນ ປະກາດວ່າ ລະບົບການໂຈມຕີທາງອາກາດ IRIS-T ເຄື່ອງທຳອິດ ຈາກທັງໝົດ 4 ເຄື່ອງ ໄດ້ຖືກສົ່ງຮອດຢູເຄຣນແລ້ວ ນີ້ເປັນການສະໜັບສະໜູນທີ່ສຳຄັນສຳລັບຢູເຄຣນໃນການຕໍ່ສູ້ກັບການໂຈມຕີດ້ວຍລູກສອນໄຟ.

ທັ້ງນີ້ ການປະຊຸມທີ່ບຣັສເຊລຫຼ້າສຸດ ເປັນການປະຊຸມໃຫຍ່ຂອງນາໂຕຄັ້ງທຳອິດ ນັບຕັ້ງແຕ່ລັດເຊຍໄດ້ປະກາດຮວມແຜ່ນດິນຫຼາຍແຄວ້ນໃນຢູເຄຣນ ແລ້ວອອກຄຳສັ່ງລະດົມທະຫານສຳຮອງ ແລະ ຂູ່ໂຈມຕີດ້ວຍນິວເຄຼຍໃນເດືອນກັນຍາຜ່ານມາ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...