spot_img
Homeຂ່າວຕ່າງປະເທດນາໂຕວົງແຕກ "ທຣັມ" ທວງໜີ້ສະມາຊິກປະເທດທີ່ຍັງບໍ່ທັນຈ່າຍເງິນຄ່າສະມາຊິກ

ນາໂຕວົງແຕກ “ທຣັມ” ທວງໜີ້ສະມາຊິກປະເທດທີ່ຍັງບໍ່ທັນຈ່າຍເງິນຄ່າສະມາຊິກ

Published on

ສຳນັກຂ່າວເອເອຟພີລາຍງານວ່າ ປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມລິກາ ສ້າງຄວາມຜິດຫວັງໃຫ້ກັບພັນທະມິດໃນອົງການສົນທິສັນຍາປ້ອງກັນແອດແລນຕິກເໜືອ ຫຼື ນາໂຕ ເນື່ອງຈາກທຣັມບໍ່ຍອມປະກາດເລື່ອງການປະຕິບັດຕາມມາດຕາ 5 ຂອງນາໂຕ້ ທີ່ລະບຸຫາກປະເທດສະມາຊິກນາໂຕປະເທດໃດຖືກໂຈມຕີຈາກປະເທດທີ່ບໍ່ແມ່ນສະມາຊິກນາໂຕ ບັນດາປະເທດສະມາຊິກນາໂຕທັງໝົດຈະຕ້ອງຖືວ່າຢູ່ໃນສະຖານະສົງຄາມກັບປະເທດທີ່ເຮັດການໂຈມຕີ ໃນເວທີການປະຊຸມສຸດຍອດຜູ່ນຳນາໂຕ ເຊິ່ງຈັດຂຶ້ນທີ່ນະຄອງຫຼວງ ບຣັສເຊລ ປະເທດເບລຢຽມ ເມື່ອວັນທີ 25 ພຶດສະພາ 2017 ແຕ່ກັບຕຳນິວ່າຍັງມີສະມາຊິກຂອງນາໂຕອີກ 23 ປະເທດຈາກ 28 ປະເທດ ບໍ່ຍອມຈ່າຍເງິນຈຳນວນທີ່ສົມຄວນຈະຈ່າຍເພື່ອເປັນການປ້ອງກັນປະເທດຂອງຕົນເອງ.

ທຣັມກ່າວວ່າ ເຖິງແມ່ນວ່າປະເທດເຫຼົ່ານີ້ຈະຈ່າຍເງິນຕາມສັນຍາເມື່ອປີ 2013 ທີ່ວ່າຈະ່າຍເງິນຄ່າປ້ອງກັນປະເທດໃນອັດຕາສ່ວນ 2% ຂອງລາຍຮັບທັງໝົດຂອງປະເທດ (ຈີດີພີ) ໃຫ້ແຕ່ມັນກໍ່ຍັງບໍ່ພຽງພໍສຳລັບວຽກງານຂອງນາໂຕ ແລະ ບໍ່ເປັນທຳກັບຊາວອາເມລິກັນ ແລະ ຜູ່ເສຍພາສີໃນສະຫະລັດ ຂະນະທີ່ປະເທດເຫຼົ່ານີ້ກັບນັງຕິດໜີ້ເປັນຈຳນວນມະຫາສານໃນຊ່ວງໄລຍະຫຼາຍປີທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...