ນາຍົກ ເຂົ້າຮ່ວມກອງປະຊຸມໂຍທາທິການ ແລະຂົນສົ່ງທົ່ວປະເທດ

0
2473

ໃນ​ວັນ​ທີ 22 ກຸມພາ 2017 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້ເຂົ້າ​ຮ່ວມ ​ແລະ ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ທົ່ວ​ປະ​ເທດ ປະຈຳ​ປີ 2016 ​ເຊິ່ງທ່ານ ນາຍົກ​ ໄດ້​ ​​ເນັ້ນໃຫ້ ຍທຂ ເອົາ​ໃຈ​ໃສ່​ສ້າງ​ເສັ້ນທາງ​ ແຕ່ລະ​ເສັ້ນ​ໃຫ້​ມີ​ຄຸນ​ນະພາ​ບ, ​ເລັ່ງສ້າງ​ເສັ້ນທາງ​ໃຫ້​ສຳ​ເລັດ ​ຕາມ​ກຳນົດ​ເວລາ​ເທື່ອລະ​ເສັ້ນ ບໍ່​ໃຫ້​ສ້າງ​ແບບ​ກະ​ແຈກ​ກະຈາຍ​ແຕ່​ບໍ່​ສຳ​ເລັດ, ຮັບປະກັນ​ມາດຕະຖານ ​ແລະ ຄຸນ​ນະພາ​ບ ​ແຕ່​ຕ້ອງ​ໃຫ້​ມີ​ການວາງ​ແຜນ​ໃຫ້​ດີ ​ແລະ ຕ້ອງ​ໃຫ້​ສຳ​ເລັດ.​

​ຂະ​ແໜ​ງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເປັນ​ຂະ​ແໜງ​ການ​ປາຍ​ແຫລມ ​ຂອງ​ເສດຖະກິດ​ແຫ່ງ​ຊາດ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສ້າງ​ເສັ້ນທາງ ​ໃຫ້​ບຸກທະລຸ ​ຈຶ່ງ​ຈະ​ສາມາດ​​ເປັນ​ປາຍ​ແຫລມ​ໄດ້ ​ເຊິ່ງ​ເສັ້ນທາງ​ຄົມມະນາ ຄົມແມ່ນ​ເປັນ​ທ່າ​ແຮງ​ ໃນ​ການ​ພັດທະນາ​ປະ​ເທດ​ຊາດ, ພັດທະນາ​ປະຊາຊົນ ເມື່ອ​ມີ​ເສັ້ນທາງ​ຄົມມະນາຄົມ ​ທີ່​ສະດວກ​ສະບາຍ ຈຶ່ງ​ເຮັດ​ໃຫ້​ມີ​ການ​ຄ້າຂາຍ ​ເຮັດ​ໃຫ້​ປະຊາຊົນ​ກະຕືລື​ລົ້ນ ​ສ້າງ​ເສດຖະກິດ​ຕົວ​ເອງ​ ໃຫ້​ດີ​ຂຶ້ນ, ສາມາດ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ ​ແລະ ສາມາດ​ນຳ​ຄວາມ​ຈະ​ເລີ​ນຮຸ່ງ​ເຮື່ອ​ງ​ ໄປ​ສູ່​ເຂດ​ຊົນນະບົດ​ໄດ້ ດັ່ງ​ຄຳ​ທີ່​ວ່າ “ ​ເສັ້ນທາງ​ມີ​ຄວາມ​ຈະ​ເລີ​ນມາ ເສັ້ນທາງ​ມາ​ຄວາມ​ຈະ​ເລີ​ນມີ ”.

ນອກຈາກ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ຜົນງານ​ຂອງ​ຂະ​ແໜງ ຍທຂ ທີ່​ຍາດ​ມາ​ໄດ້​ ໃນ​ໄລຍະ​ທີ່​ຜານ​ມາ ​ເຮັດ​ໃຫ້​ປະ​ເທດ​ລາວ​ເຮົາ ​ເປັນ​ປະ​ເທດ​ກ້າວ​ຂຶ້ນ​ ສູ່​ກັບການ​ພົວພັນ​ຄົມມະນາ​ຄົມ​ຂົນ​ສົ່ງ ​ເຊິ່ງ​ໃນ​ປັດຈຸ​ບັນ ປະ​ເທດ​ລາວ​ມີ​ເສັ້ນທາງ​ທີ່​ປູ​ຢາງ ປະມານ 40%. ພ້ອມ​ດຽວ​ກັນນີ້​ທ່ານ ນາຍົກ ຍັງ​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ພ້ອມ​ກັນ​ສ້າງ​​ຄວາມ​ໂປ່​ງ​ໃສ, ມີ​ຄວາມ​ຍຸຕິ​ທຳ, ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ການ​ມີ​ວິ​ໄນ ຢ່າງ​ເຄັ່ງ​ຄັດ​ທາງ​ດ້ານ​ແຜນການ-ການ​ເງິນ ບໍ່​ໃຫ້​ມີ​ລະບົບ​ສອງ​ມາດຕະຖານ; ​ເອົາ​ໃຈ​ໃສ​ຄຸ້ມ​ຄອງ​ຄຸນ​ນະພາ​ບ, ລາຄາ​ການ​ກໍ່​ສ້າງ ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ​ ໃຫ້​ຫລາຍ​ຂຶ້ນ ທຸກ​ໂຄງການ​ຄວນ​ເຂົ້າ​ໃນ​ລະບົບ; ສ້າງ​ຜັງ​ເມືອງ ພ້ອມ​ທັງປະຕິບັດ​ຕາມ​ຜັງ​ເມືອງ​ຢ່າງ​ເຄັ່ງ​ຄັດ ​ແລະ ​ເປັນລະບຽບ; ​ເອົາ​ໃຈ​ໃສ່​ຍົກ​ສູງ​ປະສິດທິ​ຜົນ-ປະສິດທິພາບ ​ໂດຍ​ອີງ​ໃສ່​ປັດ​​ໄຈ​ຄົນ ຕ້ອງ​ສ້າງ​ບຸກຄະລາ​ກອນ​ໃຫ້​ມີ​ຄຸນສົມບັດ, ມີ​ນ້ຳ​ໃຈ​ຮັກ​ຊາດ ຄຳນຶງ​ເຖິງ​ປະ​ເທດ​ຊາດ, ປະຊາຊົນ ​ແລະ ຜົນ​ປະ​ໂຫຍ​ດສ່ວນ​ລວມ; ​ເອົາ​ໃຈ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃນ​ການ​ຄຸ້ມ​ຄອງ-ການ​ບໍລິຫານ ​ແຕ່​ຂັ້ນ​ເທິງ​ຈົນ​ຮອດ​ຂັ້ນ​ລຸ່ມ ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ, ຂາ​ວສະອາດ ​ເມື່ອ​ມີ​ຄວາມ​ເຂັ້ມ​ແຂງ ການ​ຄຸ້ມ​ຄອງ​ດີ ທັງ​ພາກ​ເອກະ​ຊົນ ​ແລະ ທຸລະ​ກິດ ກໍ​ກ້າ​ທີ່​ຈະ​ລົງທຶນ ​ໃນ​ການ​ກໍ່ສ້າງ​ໂຄງການ​ຕ່າງໆ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ