Homeຂ່າວເຫດການປັດຈຸບັນເສັ້ນທາງດົງໂດກ-ຕານມີໄຊ-ສີເກີດ ດຳເນີນການສ້າງໄດ້ 10%

ປັດຈຸບັນເສັ້ນທາງດົງໂດກ-ຕານມີໄຊ-ສີເກີດ ດຳເນີນການສ້າງໄດ້ 10%

Published on

ຕາມການໃຫ້ສຳພາດຂອງທ່ານ ທ່ານ ເດດ​ສົງຄາມ ທຳ​ມະ​ວົງ ຫົວໜ້າ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງຈັນ ໃນ​ນາມ​ຜູ້​ຮັບຜິດຊອບ​ການພັດທະນາ​ພື້ນຖານ​ໂຄງ​ລ່າງ ກ່າວ​ວ່າ: ກ່ອນ​ໜ້າ​ນີ້​ໄດ້​ມີ​ການຂຶ້ນ​ແຜນ ຄິດໄລ່ອອກ​ແບບ​ທາງດ້ານ​ມາດຕະຖານ​ເຕັກນິກ​ຕ່າງໆ ເພື່ອ​ນຳ​ສະເໜີ​ການ​ນຳ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ໃຫ້ການ​ນຳນະຄອນຫຼວງ ນຳ​ສະເໜີ​ຕໍ່​ລັດ​ຖະບານ​ຂໍ​ການ​ອະນຸມັດ.

ເສັ້ນທາງ​​ສີ່​ແຍກ​ໄຟ​ແດງ​ດົງ​ໂດກຫາ​ຕານ​ມີ​ໄຊ ຕໍ່​ໃສ່​ສາມ​ແຍກ​ສີເກີດ ຖື​ເປັນ​ເສັ້ນທາງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ເປັນ​ເສັ້ນທາງ​ເວັ້ນ​ຕົວເມືອງ​ເສັ້ນ​ດຽວ ​ທີ່​ເຊື່ອມ​ຕໍ່​ທາງ​ພາກ​ເໜືອ ແລະ ພາກ​ໃຕ້ ທີ່​ມີ​ລົດ​ບັນທຸກ​ໜັກ ຂົນສົ່ງ​ໂດຍສານ ປະມານ​ພັນ​ກວ່າຄັນ ​ໃນ​ແຕ່​ລະ​ວັນ ເຊິ່ງເສັ້ນທາງດັ່ງກ່າວ​ມີ​ຄວາມຍາວ​ປະມານ 9 ກິໂລແມັດ, ຄວາມ​ກວ້າງ 28 ແມັດ ມີ​ຊ່ອງຈະລາຈອນ​ທັງ​ໝົດ 6 ເສັ້ນ ກ້ຳລະ​ສາມ​ເສັ້ນ ໂດຍ​ມີ​ຄັນ​ຄູ​ຂັ້ນກາງ ທາງ​ກວ້າງ 2,7 ແມັດ ມີທາງ​ຄົນ​ຍ່າງ​ທັງ​ສອງ​ຟາກ​ທາງ 1,50 ແມັດ ມີ​ລະບົບ​ລະບາຍ​ນ້ຳສອງ​ຟາກ ຄວາມ​ໜາ​ຂອງ​ໜ້າທາງ 20 ຊັງ​ຕີ​ແມັດ ມີ​ອາຍຸ​ໃຊ້ງານ​ປະມານ 20 ປີ, ປະກອບດ້ວຍ​ໄຟ​ເຍືອງ​ທາງ​ຄົບ​ຊຸດ ເປັນເສັ້ນທາງ​ເບ​ຕົງ​ທັງ​ໝົດ ໃຊ້​ໄລຍະເວລາ​ໃນ​ການ​ກໍ່ສ້າງ 2 ປີ ເຊິ່ງແມ່ນ​ບໍລິສັດ ຕັ້ງ​ຈະເລີນ ເປັນ​ຜູ້ຮັບ​ເໝົາ​ກໍ່ສ້າງ ໂດຍ​ການ​ເຫັນ​ດີຈາກ​ລັດຖະບານ ດ້ວຍ​ງົບ​ປະມານ​ຂອງ​ລັດ 100% ມູນ​ຄ່າ​ທັງໝົດ 368 ຕື້​ກວ່າ​ກີບ ແລະ ຊຳລະ​ຄືນ​ໄລຍະ​ເວລາ 7 ປີ ປັດຈຸ​ບັນ ດຳເນີນ​ການ​ໄປ​ໄດ້ 10% ພວມ​ຢູ່​ໃນ​ໄລຍະ​ກະກຽມ​ດິນ ຈັດສັນ​ເຄື່ອນ​ຍ້າຍ​ສິ່ງ​ກີດຂວາງ ເຊິ່ງຄາດ​ວ່າ​ຈະ​ສຳເລັດ​ໃນ​ທ້າຍ​ປີ 2018 ທີ່​ຈະ​ມາ​ເຖິງ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...