spot_img
Homeຂ່າວພາຍ​ໃນນາຍົກ ປັບຄະນະລັດຖະບານ ສະພາເຫັນດີຮັບຮອງມື້ວານນີ້!

ນາຍົກ ປັບຄະນະລັດຖະບານ ສະພາເຫັນດີຮັບຮອງມື້ວານນີ້!

Published on

Picture-3037-copylao-s

ອີງຕາມແຫຼ່ງຂ່າວຈາກສຳນັກຂ່າວສານປະເທດລາວ ລາຍງານວ່າ ກອງປະຊຸມສະໄໝສາມັນເທື່ອທີ 7

ຂອງສະພາແຫ່ງຊາດຊຸດທີ VII ໃນມື້ວານນີ້ (8 ກໍລະກົດ) ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ

ໄດ້ລາຍງານກ່ຽວກັບວຽກງານບຸກຄະລາກອນຂອງກົງຈັກລັດຖະບານ ກໍຄືການສະເໜີຍົກຍ້າຍສະມາ

ຊິກລັດຖະບານ ຊຸດທີ 7 ຈຳນວນໜຶ່ງໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນສູງໃຫ້

ດຳລົງຕຳແໜງໃໝ່ ເພື່ອໃຫ້ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ ເຊິ່ງມີລາຍລະອຽດດັ່ງນີ້:

1. ສະເໜີ ທ່ານ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ ເປັນຮອງນາຍົກ

ລັດຖະມົນຕີ

2. ທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ເປັນຮອງນາຍົກລັດຖະມົນຕີ,

ທັງເປັນລັດຖະມົນວ່າການກະຊວງສຶກສາທິການ ແລະ ກິລາ.

3. ສະເໜີແຕ່ງຕັ້ງ ທ່ານ ພົນຕີ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ເປັນລັດຖະມົນ

ຕີວ່າການກະຊວງປ້ອງກັນປະເທດ.

4. ທ່ານ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ລັດຖະມົນຕີຫົວໜ້າຫ້ອງວ່າການລັດຖະ

ບານ ໄປຮັບໜ້າທີ່ຢູ່ນະຄອນຫລວງວຽງຈັນ.

5. ທ່ານ ດຣ. ສອນໄຊ ສີພັນດອນ ກຳມະການສູນກາງພັກ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດ

ຖະບານ

6. ສະເໜີ ທ່ານ ດຣ ນາມ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີປະຈຳຫ້ອງວ່າການລັດຖະ

ບານ ໄປຮັບໜ້າທີ່ໃໝ່ຢູ່ແຂວງອັດຕະປື.

ບັນດາທ່ານເຫລົ່ານີ້ ລ້ວນແຕ່ແມ່ນຜູ້ທີ່ມີທັດສະນະການເມືອງທີ່ໜັກແໜ້ນ, ມີຄວາມຮູ້, ຄວາມສາ

ມາດ, ມີປະສົບການ, ມີຄວາມເປັນແບບຢ່າງນຳໜ້າ ແລະ ສາມາດເປັນຄັນທຸງເຕົ້າໂຮມຄວາມສາ

ມັກຄີ ແລະ ກໍໄດ້ຜ່ານການທົດສອບ ຢູ່ໃນຂະບວນການວຽກງານຕົວຈິງມາຢ່າງຫລວງຫລາຍ.

ຜ່ານການປະກອບຄຳຄິດຄຳເຫັນຕໍ່ບົດລາຍງານດັ່ງກ່າວ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ລົງ

ຄະແນນສຽງ ຮັບຮອງເອົາການສະເໜີຂອງທ່ານນາຍົກລັດຖະມົນຕີ ດ້ວຍຄະແນນສຽງເຫັນດີເປັນ

ສ່ວນຫລາຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...