spot_img
Homeຂ່າວພາຍ​ໃນນາຍົກໄທສົ່ງສານອວຍພອນຄູ່ຮ່ວມຕໍາແໜ່ງ

ນາຍົກໄທສົ່ງສານອວຍພອນຄູ່ຮ່ວມຕໍາແໜ່ງ

Published on

ເມື່ອບໍ່ດົນມານີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ທ່ານ ສອນໄຊ ສີພັນດອນ ເນື່ອງໃນໂອກາດທີ່ໄດ້ຮັບຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່.

ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ໃນໂອກາດທີ່ ທ່ານ ໄດ້ຮັບແຕ່ງຕັ້ງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງສະແດງເຖິງຄວາມໄວ້ວາງໃຈທີ່ທ່ານໄດ້ຮັບຈາກສະພາແຫ່ງຊາດ ແລະ ປະຊາຊົນລາວ, ຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງທ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ຈະມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ຂ້າພະເຈົ້າ ຍິນດີເປັນຍ່າງຍິ່ງ ທີ່ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອສືບຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ຣາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຖານະຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລວມທັງການຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມືໃນສາຂາໃໝ່ໆ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ແລະ ເພື່ອໃຫ້ຣາຊະອານາຈັກໄທ ແລະ ສາທາລະນະລະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມໝັ້ນຄົງ, ຮັ່ງມີ ແລະ ຍືນຍົງໄປພ້ອມໆກັນ ຕະຫລອດຮອດຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ເນື່ອງໃນໂອກາດປີໃໝ່ ຄສ 2023 ໃນນາມລັດຖະບານ ແລະ ປະຊາຊົນໄທ ຂ້າພະເຈົ້າ ຂໍອາຣາດທະນາຄຸນພະສີຣັດຕະນະໄຕ ແລະ ສິ່ງສັກສິດທັງຫລາຍໃນໂລກ ຈົ່ງປົກປ້ອງຄຸ້ມຄອງໃຫ້ ທ່ານ ແລະ ຄອບຄົວ ມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...