spot_img
Homeຂ່າວຕ່າງປະເທດນາຍົກຣັດເຊຍ ປະກາດຊັດໜ້າ EU ແລະ US ຫາກຂ້ວາມບາດອີກ ຈະຫ້າມເຮືອບິນຜ່ານນ່ານຟ້າ!

ນາຍົກຣັດເຊຍ ປະກາດຊັດໜ້າ EU ແລະ US ຫາກຂ້ວາມບາດອີກ ຈະຫ້າມເຮືອບິນຜ່ານນ່ານຟ້າ!

Published on

 

ນາຍົກລັດຖະມົນຕີແດນໝີຂາວ ປະກາດຊັດໜ້າ EU ແລະ ອາເມຣິກາ ຫາກຂວ້າມບາດຣັດເຊຍເພີ່ມໂດຍບໍ່ຍຸດຕິທຳ

ຈະປິດນ່ານຟ້າໂດຍບໍ່ໃຫ້ບໍລິການກັບສາຍການບິນທີ່ມາຈາກ EU ແລະ US.

 

ສື່ຕ່າງປະເທດລາຍງານ ໃນວັນທີ 8 ກັນຍາ 2014 ຜ່ານມານີ້ວ່າ ທ່ານວະລາດີເມຍ ເມດເວເດບ ນາຍົກລັດຖະມົນຕີຣັດ

ເຊຍ ປະກາດຈະສັ່ງຫ້າມເຮືອບິນຈາກເອີລົບ ແລະ ສະຫະລັດບິນຜ່ານນ່ານຟ້າຂອງຣັດເຊຍ ໂຕ້ຕອບມາດຕະການ

ຂ້ວາມບາດຄັ້ງໃໝ່ ຫາກສະຫະພາບເອີລົບ ຫຼື EU ຮ່ວມກັບສະຫະລັດອາເມຣິກາ ໃຊ້ຄວາມສຳພັນລະຫວ່າງກັນລົງໂທດ

ຣັດເຊຍຢ່າງບໍ່ຍຸດຕິທຳ, ທັງນີ້ ສະຫະພາບເອີເລົບ ມຸ່ງເປົ້າໄປທີ່ສະຖາບັນການເງິນ ແລະ ກິດຈະການດ້ານພະລັງງານ

ຂອງຣັດເຊຍ ໂດຍອ້າງວ່າ ຣັດເຊຍໃຊ້ກຳລັງທະຫານຮຸກຮານອູແກຣນ ເປັນເຫດຜົນສຳລັບການລົງໂທດ.

 

ໃນຂະນະທີ່ຣັດເຊຍ, ອູແກຣນ ແລະ ກຸ່ມແບ່ງແຍກດິນແດນ ຮ່ວມກັນເຈລະຈາຢຸດຍິງກັນ ເມື່ອວັນສຸກ (5 ກັນຍາ) ທີ່

ຜ່ານມາ ໂດຍມີລາຍງານຈາກການເຈລະຈາວ່າ ຄວາມຮຸນແຮງທີ່ເກີດຂຶ້ນຈະຕ້ອງຢຸດຕິ ແລະ ແຜນການສ້າງສັນຕິພາບ

ຈະຕ້ອງໄດ້ດຳເນີນຕໍ່ໄປ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...