spot_img
Homeຂ່າວການສຶກສານັກຮຽນລາວຄວ້າອັນດັບ 1 ໃນການຕອບຄຳຖາມກ່ຽວກັບອາຊ່ຽນ

ນັກຮຽນລາວຄວ້າອັນດັບ 1 ໃນການຕອບຄຳຖາມກ່ຽວກັບອາຊ່ຽນ

Published on

ນັກຮຽນຊັ້ນມັດທະຍົມຕອນປາຍຂອງລາວປະກອບມີ ນາງ ສິຣິໂສພາ ສິດທິພອນຈາກໂຮງຮຽນນິລະດາ, ນາງ ອັນທິກາ ໄຊຍະພອນ ຈາກໂຮງຮຽນມັດທະຍົມສົມບູນປາກເຊ ແຂວງ ຈຳປາສັກ ແລະ ທ້າວ ຈັນຈະເລີນ ລາດສະພົນ ຈາກໂຮງຮຽນມັດທະຍົມສົມບູນແຂວງ ສະຫວັນນະເຂດ ສາມາດຍາດໄດ້ອັນດັບທີ 1 ຈາກການເຂົ້າຮ່ວມແຂ່ງຂັນຖາມຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄັ້ງທີ 7 ຊື່ງຈັດຂື້ນໃນຕອນເຊົ້າມື້ວານນີ້ ( 24.8 ) ທີ່ຫໍວັດທະນາທຳແຫ່ງຊາດ ນະຄອນຫລວງວຽງຈັນ, ສ່ວນອັນດັບທີ 2 ແມ່ນປະເທດຟີລິປີນ ແລະ ທີ 3 ແມ່ນປະເທດໄທ. ທ່ານ ບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ມີຄຳເຫັນວ່າ: ລາວຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມຕອບຄວາມຮູ້ກ່ຽວກັບອາຊຽນໃນຄັ້ງນີ້ ຊື່ງເປັນກິດຈະກຳໜື່ງໃນຂອບການຮ່ວມມືຂອງເສົາຄ້ຳວັດທະນາທຳສັງຄົມອາຊຽນ ໄດ້ລິເລີ່ມໂຄງການໂດຍຄະນະກຳມະການວັດທະນາທຳ ແລະ ຖະແຫລງຂ່າວຂອງອາຊຽນ, ເປັນການແຂ່ງຂັນທົດສອບຄວາມຮູ້ກ່ຽວກັບອາຊຽນ ໂດຍການເຂົ້າຮ່ວມຂອງນັກຮຽນຈາກໂຮງຮຽນມັດ ທະຍົມຕອນປາຍທັງພາກລັດ ແລະ ເອກະຊົນຈາກ 10 ປະ ເທດສະມາຊິກອາຊຽນ. ສຽງ: ໂນະ Vong 01 ໂອກາດນີ້ຜູ້ຊະນະເລີດທີ່ເປັນຕົວແທນຈາກປະເທດລາວທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ຕ່າງຮູ້ສຶກດີໃຈທີ່ສາມາດຍາດອັນດັບທີ 1 ເປັນການສ້າງຊື່ສຽງໃຫ້ປະເທດຊາດ ພ້ອມທັງຈະນຳເອົາບົດຮຽນດີໆທີ່ໄດ້ຮັບຈາກການເຂົ້າຮ່ວມແຂ່ງຂັນຄັ້ງນີ້ໄປຜັນຂະຫຍາຍ ແລະ ພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດໃນອານາຄົດ.    ໂຄງການຖາມ – ຕອບຄວາມຮູ້ກ່ຽວກັບອາຊຽນຈະຈັດການແຂ່ງຂັນທຸກສອງຫາສາມປີ ເພື່ອສົ່ງເສີມການມີສ່ວນຮ່ວມໃນໂຄງການ ແລະ ການເຄື່ອນໄຫວກິດຈະກຳຕ່າງໆຂອງປະຊາຄົມວັດທະນະທຳ – ສັງຄົມອາຊຽນ ຊື່ງເປັນໜື່ງໃນສາມເສົາຄໍ້າປະຊາຄົມອາຊຽນ ແນໃສ່ຍົກລະດັບຄວາມຮັບຮູ້ – ຄວາມເຂົ້າໃຈກ່ຽວກັບອາຊຽນຂອງນັກຮຽນໃນລະດັບມັດທະຍົມສຶກສາໃຫ້ສູງຂື້ນ.

ຂ່າວແລະຮູບຈາກ ວິທະຍຸກະຈາຍສຽງແຫ່ງຊາດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...