spot_img
Homeຂ່າວການສຶກສານັກສຶກສາລາວໄດ້ຮັບທຶນຟູລໄບຣທ໌ໄປສຶກສາຕໍ່ປະລິນຍາໂທທີ່ອາເມຣິກາ

ນັກສຶກສາລາວໄດ້ຮັບທຶນຟູລໄບຣທ໌ໄປສຶກສາຕໍ່ປະລິນຍາໂທທີ່ອາເມຣິກາ

Published on

SPS_usa01-650x386

ນັກສຶກສາລາວຈຳນວນ 4 ຄົນ ທີ່ຈະໄດ້ເດີນທາງໄປສຶກສາຕໍ່ຂັ້ນປະລີນຍາໂທຢູ່ປະເທດສະຫະລັດອາເມຣິກາໃນປີ 2015 ນີ້, ພາຍໃຕ້ທຶນການສຶກສາ Fulbright Scholarship Program ຂອງກະຊວງການຕ່າງປະເທດສະຫະລັດອາເມຣິກາໄດ້ເຂົ້າພົບກັບທ່ານ ແດນຽວ ເອ. ຄລູນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ທີ່ສະຖານທູດສະຫະລັດ ຢູ່ນະຄອນຫຼວງວຽງຈັນໃນຕອນບ່າຍວັນທີ 21 ພຶດສະພາ 2015.

ທ່ານທູດ ແດນຽວ ເອ ຄລູນ ໄດ້ກ່າວສະແດງຄວາມຍິນດີຊົມເຊີຍກັບກຸ່ມນັກສຶກສາລາວໃນຄວາມສຳເລັດການສຶກສາຂອງພວກເຂົາ ແລະ ໄດ້ຊຸກຍູ້ໃຫ້ນັກສຶກສາເຫຼົ່ານັ້ນຈົ່ງນຳໃຊ້ໂອກາດສຳຄັນທີ່ສຸດຄັ້ງນີ້ ເຊິ່ງຈະເປັນການຊ່ວຍພັດທະນາຄວາມເປັນມືອາຊີບຂອງພວກເຂົາໃຫ້ເກີດດອກອອກຜົນ ແລະ ເປັນການຮັດໜັ້ນສາຍພົວພັນລະຫວ່າງສປປ.ລາວ ແລະ ສະຫະລັດອາເມຣິກາ.

ກຸ່ມນັກສຶກສາທີ່ຈະເດີນທາງໄປສຶກສາຕໍ່ກ່ຽວກັບການກະກຽມແຜນການຕ່າງໆຂອງນັກສຶກສາລາວປະກອບມີ:
ທ້າວ ວິລະໄຊ ອິນທະຊູມ ຈະໄປຮຽນຕໍ່ຂະແໜງການສື່ສານມວນຊົນຢູ່ມະຫາວິທະຍາໄລຟລໍຣີດາ, ນາງ ມານິດດາ ສິດທິມໍລະດາ ຈະໄປຮຽນຕໍ່ຂະແໜງການພັດທະນາຊັບພະຍາກອນມະນຸດຢູ່ມະຫາວິທະຍາໄລໂລໂຍລາ, ນາງ ມາລາຄອນ ສອນທະວົງ ຈະໄປຮຽນຕໍ່ຂະແໜງການສຶກສາສິດທິແມ່ຍິງຢູ່ມະຫາວິທະຍາໄລໂລໂຍລາ ແລະ ນາງ ຈິນດາພອນ ໄຊຍະເລີດ ຈະໄປຮຽນຕໍ່ຂະແໜງການພັດທະນາສາກົນຢູ່ມະຫາວິທະຍາໄລໂອຮາຍໂອ, ທຶນການສຶກສາດັ່ງກ່າວກວມເອົາຄ່າທຳນຽມການສິດສອນທຸກຢ່າງ ແລະ ປີ້ຍົນໄປກັບ ພ້ອມເບ້ຍລ້ຽງຕະຫຼອດໄລຍະດຳລົງຊີວິດຢູ່ສອງປີ.

ທຶນການສຶກສາ Fulbright ເປັນທຶນການສຶກສາທີ່ໃຫຍ່ທີ່ສຸດ ແລະ ເປັນໂຄງການແລກປ່ຽນການສຶກສາລະຫວ່າງປະເທດທີ່ສຳຄັນທີ່ສຸດຢູ່ໃນໂລກ ແລະ ທຶນການສຶກສາດັ່ງກ່າວ ສ້າງຂຶ້ນມາເພື່ອສ້າງຄວາມເຂົ້າໃຈຮ່ວມກັນລະຫວ່າງປະຊາຊົນຊາວສະຫະລັດອາເມຣິກາ ແລະ ປະຊາຊົນຢູ່ປະເທດອື່ນໆ, ໂດຍມີເຈົ້າໜ້າທີ່ລາວຫຼາຍກວ່າ 80 ທ່ານ ທີ່ເຄີຍໄດ້ໄປສຶກສາຕໍ່ຊັ້ນປະລິນຍາໂທ ຈາກມະຫາວິທະຍາໄລແຫ່ງຕ່າງໆຂອງສະຫະລັດອາເມຣິກາ, ຜ່ານທຶນການສຶກສາດັ່ງກ່າວປັດຈຸບັນມີນັກສຶກສາລາວໄດ້ຮັບທຶນ Fulbright ທີ່ຮຽນຈົບແລ້ວກໍ່ໄດ້ກັບມາເຮັດວຽກງານໃນຕຳແໜ່ງສຳຄັນຫຼາຍຕຳແໜ່ງໃນອົງການຈັດຕັ້ງຂອງລັດຖະບານລາວ ແລະ ພາກເອກະຊົນ ລວມທັງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໂດຍສະຖານທູດ ສະຫະລັດອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ແຈກຢາຍຟອມສະໝັກເສັງເອົາທຶນການສຶກສາ Fulbright Program ແຕ່ເດືອນມີນາ ຫາ ພຶດສະພາ ຂອງທຸກໆປີ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...