spot_img
Homeຂ່າວການສຶກສານັກສຶກສາລາວຊະນະການແຂ່ງຂັນ ແຜນພັດທະນານໍ້າ ແລະ ສະພາບແວດລ້ອມຂອງນໍ້າແບບຍືນຍົງ ທີ່ ສປ. ຈີນ

ນັກສຶກສາລາວຊະນະການແຂ່ງຂັນ ແຜນພັດທະນານໍ້າ ແລະ ສະພາບແວດລ້ອມຂອງນໍ້າແບບຍືນຍົງ ທີ່ ສປ. ຈີນ

Published on

ນັກສຶກສາມະຫາວິທະຍາໄລແຫ່ງຊາດ ສ້າງຊື່ສຽງອີກແລ້ວ ໂດຍໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນ ແຜນພັດທະນາ ນໍ້າ ແລະ ສະພາບແວດລ້ອມຂອງນໍ້າແບບຍືນຍົງ ທີ່ ສປ. ຈີນ !

ຜົນຂອງການແຂ່ງຂັນ ໜຶ່ງໃນທິມງານຈາກ ສປປ ລາວ ໄດ້ຮັບລາງວັນຊະນະເລີດ ໃນນາມ ເປັນໂຄງການທີ່ມີນະວັດຕະກຳທີ່ດີທີ່ສຸດ ຄືໂຄງການນຳໃຊ້ຕົ້ນກ້ວຍເຂົ້າໃນການບຳບັດນໍ້າເປື້ອນ ແກ່ຊຸມຊົນ (Utilization of Banana tree for community wastewater treatment). ນອກຈາກລາງວັນດັ່ງກ່າວແລ້ວ ນັກສຶກສາໃນທິມດັ່ງກ່າວ ຍັງໄດ້ຮັບລາງວັນການປັບປຸງ ໂຄງການທີ່ດີເລີດ ແລະ ລາງວັນກຸ່ມເຮັດວຽກນາໆຊາດທີ່ດີເລີດ. ທິມງານນີ້ ປະກອບດ້ວຍ ທ້າວ ຄຳມີ ຢາເຢັງວາ ຈາກຄະນະວິສະວະກຳສາດ ພາກວິຊາ ວິສະວະກໍາສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ, ທ. ແພງ ເພັດມຸນທາ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ນາງ ເພັດໄພລິນ ສາດສົມບັດ ຈາກຄະນະກະເສດສາດ. ການແຂ່ງຂັນໃນຮອບສຸດທ້າຍ ມີ 14 ທິມ ຈາກ 6 ປະເທດ, ຈາກສະຖາບັນການສຶກສາຊັ້ນສູງ 10 ແຫ່ງ.

ໂຄງການການແຂ່ງຂັນແຜນພັດທະນາການແຂ່ງຂັນນະວັດຕະກຳຂອງຊາວໜຸ່ມ ກ່ຽວກັບການ ປົກຄອງ ແລະ ພັດທະນາຂົງເຂດແມ່ນໍ້າລ້ານຊ້າງ-ນໍ້າຂອງ, ອອກແບບມາເພື່ອໃຫ້ບັນດາ ມະຫາວິທະຍາໄລ ແລະ ນັກສຶກສາທີ່ຢູ່ອະນຸພາກພື້ນແມ່ນໍ້າຂອງມີໂອກາດ ໄດ້ຂະຫຍາຍວິໄສທັດ ກ່ຽວກັບສາກົນ ແລະ ເພື່ອຍົກສູງຄວາມຮູ້ຄວາມສາມາດກ່ຽວກັບການປົກຄອງ. ການແຂ່ງຂັນນີ້ ເປັນຊ່ອງທາງສຳລັບການສື່ສານລະຫວ່າງບັນດາວັດທະນະທຳທີ່ແຕກຕ່າງກັນ ແລະ ຍັງເປັນກົນໄກການ ປະສານງານລະຫວ່າງ ນະວັດຕະກຳ ແລະ ການປະກອບກິດຈະການຂອງຊາວໜຸ່ມ. ຫົວຂໍ້ການແຂ່ງຂັນ ສຳລັບປີ 2016 ແມ່ນ ”ການພັດທະນານໍ້າ ແລະ ສະພາບແວດລ້ອມຂອງນໍ້າ ແບບຍືນຍົງ”

ວິທີການແຂ່ງຂັນ, ໃນເບື້ອງຕົ້ນ ໄດ້ຈັດຕັ້ງຄະນະກຳມະການສາກົນກ່ຽວກັບການແຂ່ງຂັນດັ່ງກ່າວ ເຊິ່ງປະກອບດ້ວຍຜູ້ບໍລິຫານລະດັບສູງ ແລະ ຜູ້ຊ່ຽວຊານຈາກບັນດາມະຫາວິທະຍາໄລຈາກ 6 ປະເທດ: ຈີນ, ລາວ, ພະມ້າ, ໄທ, ກຳປູເຈຍ, ແລະ ຫວຽດນາມ. ຄະນະກຳມະການດັ່ງກ່າວ ໄດ້ປະຊຸມປຶກສາຫາລື ເພື່ອກຳນົດຫົວຂໍ້ຂອງການແຂ່ງຂັນ. ຫລັງຈາກນັ້ນ ບັນດາມະຫາວິທະຍາໄລໃນຄະນະກຳມະການ ໄດ້ປະກາດຮັບສະໝັກທິມງານແຂ່ງຂັນໃນມະຫາວິທະຍາໄລຂອງຕົນ ເພື່ອໃຫ້ກຸ່ມນັກສຶກສາ ສົ່ງ ໂຄງການເຂົ້າແຂ່ງຂັນ. ແຕ່ລະມະຫາວິທະຍາໄລທີ່ເປັນສະມາຊິກ ມີສິດສະເໜີ 2 ບົດເຂົ້າການແຂ່ງຂັນ ສຸດທ້າຍ ແລະ ສ່ວນທີ່ເຫລືອ ຄະນະກຳມະການສາກົນຄັດເລື່ອກເອົາ 2 ບົດເພີ່ມ.

ທ. ຄຳມີ ເຍ່ຍຢັ້ງວ່າ ນັກຮຽນສາຂາວິສະວະກຳສິ່ງແວດລ້ອມ, ຄະນະວິສະວະກຳສາດ, ທີ່ມະຫາວິທະຍາໄລ ແຫ່ງຊາດລາວ ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເປັນຕົວແທນຂອງປະເທດລາວ ໃນການລົງແຂ່ງຂັນ ນະວັດຕະກຳໃໝ່ໃນຄັ້ງນີ້ ເຊິ່ງຂ້າພະເຈົ້າເອງ ກໍ່ໄດ້ພົບກັບໝູ່ເພື່ອນໃໝ່ໆ ທີ່ມາຈາກບັນດາ 6 ປະເທດລູ່ມແມ່ນໍ້າຂອງ, ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງຍັງໄດ້ນຳເອົາບົດຮຽນດັ່ງກ່າວມາປຶກສາຫາລືຜັນຂະຫຍາຍໃຫ້ມີຄວາມແປກໃໝ່ ແລະ ໜ້າສົນໃຈຂຶ້ນຕື່ມ ນອກຈາກນີ້ ຍັງຖືໄດ້ວ່າເປັນການຢ້ຽມຢາມປະເທດເພື່ອນບ້ານດ້ວຍກັນ ເຊິ່ງເປັນຂີດໝາຍອັນດີໃນການ ຮ່ວມມືເພີ່ມພູນຄວາມສາມັກຄີຜູກພັນມິດໄມຕີອັນແສນອົບອຸ່ນຍິ່ງຂຶ້ນ ທັງຍັງໄດ້ຊ່ວຍກັນປົກປັກຮັກສາ ແມ່ນໍ້າຂອງ ອັນປຽບສະເໝືອນເປັນສາຍເລືອດເສັ້ນໃຫຍ່ຂອງພວກເຮົາທັງ 6 ປະເທດອີກດ້ວຍ.

ທີ່ມາ: ມະຫາວິທະຍາໄລແຫ່ງຊາດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...