spot_img
Homeຂ່າວຕ່າງປະເທດນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ

ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ

Published on

ທີມນັກວິໄຈຈາກຫ້ອງປະຕິບັດການທາງວິທະຍາສາດແຫ່ງຊາດ ລອສ ອະລາມອສ ໃນລັດແມັກຊິໂກ ສັງກັດກະຊວງພະລັງງານອາເມລິກາພົບວ່າ ໄວຣັດໂຄໂຣນາ ສາຍພັນໃໝ່ ຕົ້ນຕໍຂອງໂຣກໂຄວິດ-19 ມີການກາຍພັນ ແລະ ແຜ່ເຊື້ອໄດ້ໄວກວ່າສາຍພັນດັ້ງເດີມທີ່ພົບການແຜ່ລະບາດເມື່ອທ້າຍປີ 2019.

ທີມນັກວິໄຈຄະນະນີ້ໄດ້ມີການເປີດເຜີຍເມື່ອວັນທີ 5 ພຶດສະພາ ທີ່ຜ່ານມາວ່າ ໄວຣັດໂຄໂຣນາສາຍພັນໃໝ່ ກາຍພັນຈາກໄວຣັດໂຄໂຣນາສາຍພັນດັ້ງເດີມທີ່ຖືກຄົ້ນພົບຄັ້ງທຳອິດເມື່ອສາມເດືອນກ່ອນໃນເອີຣົບ ເຊິ່ງໄວຣັດໂຄໂຣນາທີ່ກາຍພັນຫຼ້າສຸດນີ້ສາມາດແຜ່ກະຈາຍໄດ້ໄວວາຈາກເອີຣົບໄປສູ່ຫຼາຍລັດທາງຕະເວັນອອກຂອງອາເມລິກາ ກ່ອນທີ່ຈະກາຍເປັນພາວະການແຜ່ລະບາດໃຫຍ່ໄປທົ່ວໂລກ ເມື່ອກາງເດືອນມີນາທີ່ຜ່ານມາ.

ຜົນການວິໄຈຍັງເຕືອນອີກວ່າ ອາກາດທີ່ອົບອຸ່ນຂຶ້ນບໍ່ໄດ້ມີຜົນຕໍ່ການຫຼຸດການແຜ່ລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ ໂດຍສະເພາະຄຸນສົມບັດກາຍພັນໄດ້ຢ່າງຕໍ່ເນື່ອງຂອງໄວຣັດຊະນິດນີ້ ແຕ່ການຄົ້ນພົບຄັ້ງທຳອິດນີ້ກໍ່ເຮັດໃຫ້ຮູ້ວ່າໄວຣັດທີ່ກາຍພັນຕົວໃໝ່ນີ້ບໍ່ມີອັນຕະລາຍຮ້າຍແຮງເທົ່າສາຍພັນດັ້ງເດີມ.

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: bangkokbiznews

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...