spot_img
Homeຂ່າວຕ່າງປະເທດນັກວິເຄາະຊີ້! ຄ່າເງິນບາດໄທມີແນວໂນ້ມຕໍ່າລົງອີກ

ນັກວິເຄາະຊີ້! ຄ່າເງິນບາດໄທມີແນວໂນ້ມຕໍ່າລົງອີກ

Published on

ແຫຼ່ງຂ່າວ Thai Enquirer ລາຍງານ: ຄ່າເງິນບາດຂອງໄທມີແນວໂນ້ມອ່ອນຄ່າລົງຕື່ມອີກ ຫຼັງຈາກແຕະຈຸດຕໍ່າສຸດນັບແຕ່ຊ່ວງທ້າຍປີ 2017 ໃນອັດຕາແລກປ່ຽນທີ່ 33 ບາດຕໍ່ໜຶ່ງໂດລາສະຫະລັດ ເຊິ່ງນັກວິເຄາະຈາກບໍລິສັດຫຼັກຊັບກຸງສີກ່າວໃນວັນທີ 4 ສິງຫາຜ່ານມາວ່າ ເງິນບາດອ່ອນຄ່າລົງຮອດ 9% ເມື່ອທຽບກັບໂດລາສະຫະລັດ ນັບແຕ່ທ້າຍປີ 2020 ເນື່ອງຈາກເສດຖະກິດກຳລັງປະສົບກັບປັນຫາຍ້ອນຜົນຂອງການແຜ່ລະບາດຂອງເຊື້ອໂຄວິດ-19 ທີ່ນັບມື້ຮຸນແຮງຂຶ້ນໃນຂະນະນີ້.

ນັກວິເຄາະຊີ້ໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງຊ່ວງທ້າຍໄຕມາດທຳອິດຂອງປີ ກັບຊ່ວງຕົ້ນໄຕມາດທີສອງ ເມື່ອເກີດການລະບາດໂຄວິດ-19 ຮອບສາມໃນປະເທດໄທ ເຊິ່ງຍັງເພີ່ມຄວາມຮຸນແຮງຂຶ້ນໃນແຕ່ລະວັນ. ພ້ອມກັນນັ້ນ, ຜົນຕອບແທນພັນທະບັດລັດຖະບານໄລຍະຍາວຂອງໄທ ແລະ ການເຕີບໂຕຂອງເງິນໃນວົງກວ້າງ ໄດ້ສົ່ງຜົນກະທົບຕໍ່ການເຕີບໂຕຂອງເງິນບາດ.

ເງິນບາດຂອງໄທທີ່ເຄີຍກາຍເປັນໜຶ່ງໃນສະກຸນເງິນທີ່ແຂງແກ່ນທີ່ສຸດໃນອາຊີກ່ອນເກີດການລະບາດຄັ້ງໃຫຍ່ໄດ້ດິ່ງຕໍ່າລົງໃນປີນີ້. ຂະນະທີ່ການລະບາດໃຫຍ່ໄດ້ສ້າງຄວາມເສຍຫາຍຕໍ່ອຸດສາຫະກຳການທ່ອງທ່ຽວທີ່ສຳຄັນຂອງປະເທດໄທ ແລະຍັງໄດ້ທຳລາຍແນວໂນ້ມການຟື້ນຕົວທາງເສດຖະກິດ ເຮັດໃຫ້ຜູ້ຊື້ສິນຊັບທີ່ກັກຕຸນໄວ້ໃນອະດີດກາຍເປັນຕະຫຼາດໝີ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...