spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດ ບຣາຊິນ ປະສົບຜົນສຳເລັດໃນການທົດລອງໃຊ້ແມງສາບແທນແປ້ງເຮັດເຂົ້າໜົມ

ນັກວິທະຍາສາດ ບຣາຊິນ ປະສົບຜົນສຳເລັດໃນການທົດລອງໃຊ້ແມງສາບແທນແປ້ງເຮັດເຂົ້າໜົມ

Published on

ຈາກລາຍງານທີ່ເວັບໄຊ໌ ເວັບໄຊອ໊ອດດິຕີ້ເຊັນທຣັລ ນຳມາສະໜີເມື່ອວັນທີ 1 ມີນາ 2017 ວ່າ ແອນເດຣສຊາ ລູກັສ ແລະ ລໍເຣນ ເມເນກອນ ນັກສຶກສາວິສະວະກຳອາຫານ 2 ຄົນ ຈາກມະຫາວິທະຍາໄລ ສະຫະພັນລັດຣິໂອແກຣນ ປະເທດ ບຣາຊິນ ໄດ້ພັດທະນາສູດການເຮັດແປ້ງຈາກແມງສາບ ທີ່ມີສ່ວນປະກອບເປັນໂປຣຕິນຫຼາຍກວ່າແປ້ງຈາກເຂົ້າສາລີປົກກະຕິເຖິງ 40% ແລະ ສາມາດນຳໄປໃຊ້ໃນການອົບຂະໜົມປັງ ຫຼື ອາຫານໄດ້ທຸກຊະນິດ ນອກຈາກນີ້ແມງສາບຍັງຸດົມໄປດ້ວຍກຣົດອະມິໂນທີ່ຈຳເປັນຫຼາຍຊະນິດ

ທີມວິໄຈລະບຸວ່າ ສາເຫດທີ່ເລືອກແມງສາບກໍ່ເພາະວ່າ ມັນມີໂປຣຕິນສູງຫຼາຍເກືອບ 70% ອີກທັງຍັງມີກຣົດອະມິໂນທີ່ຈຳເປັນຫຼາຍເຖິງ 8 ໃນ 9 ຊະນິດ ຮວມໄປເຖິງກຣົດໄຂມັນຄຸນນະພາບສູງເຊັ່ນ: ໂອເມກ້າ 3 ແລະ 9 ເຊິ່ງເຮົາສາມາດນຳມາໃຊ້ໄດ້ທັງໝົດເກືອບ 100% ມີເສດເຫຼືອຢູ່ໜ້ອຍຫຼາຍ ດ້ວຍແຫຼ່ງໂປຣຕິນທີ່ຄ່ອນຂ້າງອຸດົມສົມບູນແບບນີ້ ຈະຊ່ວຍເພີ່ມພູນສານອາຫານໃຫ້ກັບມະນຸດ ໂດຍສະເພາະຄົນທີ່ເປັນໂຣກຂາດສານອາຫານ

ທັງນີ້ຈາກການຄາດຄະເນຂອງຢູເອັນລະບຸວ່າ ໃນປີ 2050 ໂລກເຮົາຈະຂາດແຄນພື້ນທີ່ການຜະລິດອາຫານພຽງພໍຕໍ່ປະຊາກອນໂລກ ໃນກໍລະນີການລ້ຽງແມງສາບເປັນອາຫານນີ້ຈະເປັນຜົນດີ ເພາະໃຊ້ເນື້ອທີ່ຈຳກັດ ແລະ ຍັງບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ເນື່ອງຈາກໃຊ້ປະລິມານນ້ຳໜ້ອຍ ແລະ ປ່ອຍປະລິມານແກ໊ສເສຍທີ່ກໍ່ໃຫ້ເກີດບັນຫາໂລກຮ້ອນໄດ້ໜ້ອຍທີ່ສຸດ ນອກຈາກນີ້ ແມງສາບຍັງສາມາດໃຊ້ປະໂຫຍດໄດ້ໝົດທັງຕົວ ຕ່າງຈາກສັດໃຫຍ່ທີ່ມະນຸດບໍ່ສາມາດບໍລິໂພກໄດ້ທຸກສ່ວນ “ເຖິງແມ່ນວ່າແນວຄິດນີ້ໃນປັດຈຸບັນຍັງບໍ່ສາມາດນຳໃຊ້ໄດ້ ແຕ່ເຊື່ອວ່າໃນອານາຄົດແມ່ນຈະຕ້ອງຖືກນຳໄປໃຊ້ແນ່ນອນ”

 

ແຫລ່ງຂໍ້ມູນຈາກ: https://hilight.kapook.com/view/149883

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...