spot_img
Homeຂ່າວຕ່າງປະເທດນັກວິທະຍາສາດອິນເດຍພົບການກາຍພັນຂອງໂຄວິດທີ່ຫຼີກລ້ຽງພູມຄຸ້ມກັນໄດ້

ນັກວິທະຍາສາດອິນເດຍພົບການກາຍພັນຂອງໂຄວິດທີ່ຫຼີກລ້ຽງພູມຄຸ້ມກັນໄດ້

Published on

ສຳນັກ່າວຣອຍເຕີລາຍງານ ຟໍຣັມຂອງທີ່ປຶກສາທາງວິທະຍາສາດທີ່ຈັດຕັ້ງໂດຍລັດຖະບານອິນເດຍໄດ້ແຈ້ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການກາຍພັນເລັກໜ້ອຍໃນຕົວຢ່າງຂອງໄວຣັດໂຄໂຣນາບາງຕົວຢ່າງທີ່ ອາດຫຼົບລ້ຽງການຕອບສະໜອງຂອງພູມຄ້ມກັນ ແລະ ຕ້ອງການການສຶກສາເພີ່ມເຕີມ.

ນັກວິທະຍາສາດກຳລັງສຶກສາເຖິງສາເຫດທີ່ເຮັດໃຫ້ເກີດການຕິດເຊື້ອຢ່າງໄວວາໃນອິນເດຍ ແລະ ໂດຍສະເພາະຢ່າງຍິ່ງການກາຍພັນໃໝ່ທີ່ກວດພົບຄັ້ງທຳອິດໃນປະເທດທີ່ຮຽກວ່າ B.1.617 ນັ້ນແມ່ນສາເຫດ ຫຼື ບໍ່?.

ອົງການອານາໄມໂລກຍັງບໍ່ປະກາດໃຫ້ສາຍພັນອິນເດຍ ເປັນສາຍພັນທີ່ໜ້າກັງວົນ ທີ່ເຄີຍລະບຸກັບສາຍພັນທີ່ກວດພົບຄັ້ງທຳອິດໃນອັງກິດ,​ ບຣາຊິນ ແລະ ແອຟຣິກາໃຕ້ ແຕ່ອົງການອານາໄມໂລກກ່າວເມື່ອວັນທີ 27 ເມສາ ທີ່ຜ່ານມາວ່າ ການສ້າງແບບຈຳລອງໃນໄລຍະເລີ່ມຕົ້ນຕາມລຳດັບມີແນວໂນ້ມຊີ້ໃຫ້ເຫັນວ່າ B.1.617 ມີອັດຕາການເຕີບໂຕສູງກວ່າສາຍພັນອື່ນໆ ທີ່ໝູນວຽນຢູ່ໃນອິນເດຍ.

ຟໍຣັມຂອງທີ່ປຶກສາເຊິ່ງຮຽກວ່າ Indian SARS-CoV-2 Genetics Consortium ຫຼື  INSACOG ພົບການກາຍພນໃນໂຄໂຣນາໄວຣັດຫຼາຍຂຶ້ນ ເຊິ່ງຄິດວ່າຈຳເປັນຕ້ອງຕິດຕາມຢ່າງໃຫ້ຊິດ.

ອິນເດຍມີລາຍງານຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ຫຼາຍກວ່າ 400,000ຄົນ ເປັນຄັ້ງທຳອິດເມື່ອວັນເສົາ ການຕິດເຊື້ອຍັງແຜ່ລາມໄປທົ່ວປະເທດເຮັດໃຫ້ລະບົບສາທາລະນະສຸກຫຼາຍແຫ່ງຂາດອົກຊີ ແລະ ຕຽງນອນໃນໂຮງໝໍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...