spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ນັກປຸ້ນຈີ້ຊີງຊັບມືອາຊີບ ຖືກສານຕັດສິນຈຳຄຸກ 8 ປີ ກ່ອນຂຶ້ນສານທຳຮ້າຍເຈົ້າໜ້າທີ່ ແລະ ພະຍາຍາມໂຕນຄຸກຫຼາຍຄັ້ງ!

ນັກປຸ້ນຈີ້ຊີງຊັບມືອາຊີບ ຖືກສານຕັດສິນຈຳຄຸກ 8 ປີ ກ່ອນຂຶ້ນສານທຳຮ້າຍເຈົ້າໜ້າທີ່ ແລະ ພະຍາຍາມໂຕນຄຸກຫຼາຍຄັ້ງ!

Published on

ເມື່ອທ້າຍອາທິດຜ່ານມານີ້ ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດທ້າວ ພູສາຍ ອາຍຸ 20 ປີ

ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈຳຄຸກເປັນເວລາ 8 ປີ ພ້ອມທັງປັບໃໝ ເງິນ 4

ລ້ານກວ່າກີບ ພາຍຫລັງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ ເມື່ອທ້າຍປີ 2013 ໃນຂໍ້ຫາປຸ້ນຊັບ ແລະ ຊິງຊັບພົນ

ລະເມືອງມາເປັນເວລາຫລາຍຄັ້ງ.

 

ເປັນຕົ້ນ ດຶງກະເປົາຍິງຄົນໜຶ່ງຢູ່ເຂດບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ດຶງກະເປົາຄົນຢ່າງຢູ່ແຄມທາງເຂດ

ຫລັກ 8 ຖະໜົນທ່າເດື່ອ, ຍາດເອົາໂທລະສັບມືຖືຂອງຜູ້ຍິງຄົນໜຶ່ງຢູ່ເຂດບ້ານໂພນຕ້ອງ, ໃຊ້ງ້າວຈີ້ເອົາລົດຈັກ

ຂອງຍິງຄົນໜຶ່ງຢູ່ເຂດໄຟແດງຫລັກ 8 ແລະ ເຂດສະຖານີວິທະຍຸໂພນຕ້ອງ ອັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສີນ

ແລະ ສຸຂະພາບຂອງຜູ້ຕົກເປັນເຫຍື່ອ ແລະ ທັງເປັນການສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ຈຶ່ງຖືກເຈົ້າໜ້າທີ່

ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ໃນໄລຍະຖືກກັກຂັງຢູ່ກອງບັນຊາການ ປກສ ເມືອງ ສີໂຄດ

ຕະບອງນັ້ນ, ຜູ້ກ່ຽວໄດ້ຮ່ວມກັບໝູ່ໃນຫ້ອງຂັງ ພາກັນທຳຮ້າຍຮ່າງກາຍຫົວໜ້າຫ້ອງຂຸມຂັງຈົນໄດ້ຮັບບາດເຈັບ

ແລະ ພະຍາມຍາມໂຕນໜີອອກຄຸກຫລາຍຄັ້ງຕໍ່ບໍ່ປະສົບຜົນສຳເລັດ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/08/8_11.html

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...