spot_img
Homeຂ່າວຕ່າງປະເທດນັກບິນຍີ່ປຸ່ນ 3 ຄົນສູນຫາຍ ຫລັງໄຕ້ຝຸ່ນຖະຫລົ່ມເມືອງໂອກິນາວາ

ນັກບິນຍີ່ປຸ່ນ 3 ຄົນສູນຫາຍ ຫລັງໄຕ້ຝຸ່ນຖະຫລົ່ມເມືອງໂອກິນາວາ

Published on

 

ເຈົ້າໜ້າທີ່ຮັກສາຄວາມປອດໄພຊາຍຝັ່ງຂອງຍີ່ປຸ່ນຢືນຢັນ 3 ນັກບິນຫາຍຕົວໄປ ຫລັງພາຍຸພັດຖະຫລົ່ມເມືອງ

ໂອກິນາວາ ເລັ່ງຄົ້ນຫາຢ່າງດ່ວນ.

 

ສື່ຕ່າງປະເທດລາຍງານ ໃນວັນທີ 5 ຕຸລານີ້ວ່າ 3 ນັກບິນໃນເມືອງໂອກິນາວາ ໄດ້ຫາຍຕົວໄປຕັ້ງແຕ່ຊ່ວງເວລາ

ຫລັງຕາເວັນຕົກດິນຂອງວັນທີ 5 ຕຸລາ 2014 ໂດຍຄາດວ່າອາດຖືກພາຍູທີ່ຖະຫລົ່ມເຂົ້າພື້ນທີ່ ພັດພາຈົມຫາຍ

ໄປກັບຄື້ນໃນທະເລ ດ້ານກອງທັບອາກາດຂອງສະຫະລັດອາເມຣິກາ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພຊາຍ

ຝັ່ງໃນທ້ອງຖິ່ນກ່າວວ່າ ນັກບິນທັງ 3 ຄົນ ຖືກກວາດລົງທະເລ ຈາກຊາຍຝັ່ງທາງຕາເວັນຕົກສ່ຽງເໜືອຂອງໂອ

ກິນາວາ ເມື່ອເວລາປະມານ 13:00 ຕາມເວລາໃນປະເທດລາວ.

 

ຢ່າງໃດກໍຕາມ ເຈົ້າໜ້າທີ່ຮັກສາຄວາມປອດໄພຊາຍຝັ່ງ ໄດ້ໃຊ້ເຮືອບິນເຮລິຄັອບເຕີ້ອອກຄົ້ນຫາທັນທີ ຫລັງ

ເກີດເຫດເຫດພຽງ 1 ຊົ່ວໂມງ.

 

ທັງນີ້ ມີຂໍ້ມູນວ່າ ໄດ້ພົບກັບຮ່າງຂອງນັກບິນ 1 ໃນ 3 ຄົນແລ້ວ ແຕ່ຍັງບໍ່ທັນມີການຢືນຢັນຈາກເຈົ້າໜ້າທີ່ຂອງ

ກອງທັບແຕ່ຢ່າງໃດ ໂດຍເຫດການດັ່ງກ່າວນີ້ ເກີດຂຶ້ນຫລັງພາຍຸໄດ້ພັດຜ່ານໂອກິນາວາໄປ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...