spot_img
Homeຂ່າວຕ່າງປະເທດນັກທ່ອງທ່ຽວແຫ່ຊົມລາວາໄຫລຈາກພູເຂົາໄຟຄິລາເວໄຫລລົງທະເລຮາວາຍ

ນັກທ່ອງທ່ຽວແຫ່ຊົມລາວາໄຫລຈາກພູເຂົາໄຟຄິລາເວໄຫລລົງທະເລຮາວາຍ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເກາະຮາວາຍ ປະເທດສະຫະລັດອາເມລິກາ ເມື່ອວັນທີ 18 ສິງຫາ 2016ວ່າ ນັກທ່ອງທ່ຽວຫຼາຍພັນຄົນຈາກທົ່ວໂລກພາກັນໄປຊື່ນຊົມຄວາມຕື່ນຕາຕື່ນໃຈ ຂອງລາວາຈາກປ່ອງພູເຂົາໄຟຄິລາເວໃນເກາະໃຫຍ່ຂອງຮາວາຍທີ່ສະຫະລັດ ທີ່ໄຫລລົງສູ່ທະເລເປັນຄັ້ງທຳອິດໃນຮອບ 3 ປີ ເຮັດໃຫ້ເກີດທັດສະນີຍະພາບທີ່ແປກຕາ

ຢ່າງໃດກໍ່ຕາມ ເຈົ້າໜ້າທີ່ອຸທະຍານ ໄດ້ເຕືອນວ່າສະຖານທີ່ແຫ່ງນີ້ຍັງຄົງເຕັມໄປດ້ວຍຄວາມອັນຕະລາຍ ເຊິ່ງນັກທ່ອງທ່ຽວຕ້ອງໃຊ້ຄວາມລະວັງຫຼາຍ ບໍ່ວ່າຈະເປັນຄວາມຮ້ອນຂອງລາວາ ໂດຍນັກປີນເຂົາບໍ່ຄວນເຂົາໃກ້ແລວລາວາໃນເມື່ອໄລຍະທີ່ຮູ້ສຶກເຖິງຄວາມຮ້ອນຜ່ານພື້ນເກີບ ຂະນະທີ່ຫີນລາວາປົກຄຸມທົ່ວບໍລິເວນນັ້ນກໍ່ມີຄວາມຄົມຄືກັບມືດ ນອກຈາກນີ້ເມື່ອລາວາໄຫລລົງສູ່ທະເລຍັງເຮັດປະຕິກິລິຍາກັບນ້ຳເຄັມ ແລະ ເຮັດໃຫ້ເກີດກົດໄຮໂດຣຄລໍຣິດທີ່ເປັນອັນຕະລາຍ ເຊິ່ງມີອາຍລະເຫີຍຂຶ້ນສູ່ອາກາດ

ຂ່າວຈາກ: ເດລີນິວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...