spot_img
Homeຂ່າວພາຍ​ໃນນັກທຸລະກິດຍິງ ອາຊຽນ ເພີ່ມທະວີຮ່ວມມື ຢ່າງຮອບດ້ານ

ນັກທຸລະກິດຍິງ ອາຊຽນ ເພີ່ມທະວີຮ່ວມມື ຢ່າງຮອບດ້ານ

Published on

WOMEN 400

ຕາມຂ່າວສານ ຫວຽດນາມ, ວັນທີ 10 ທັນວາ 2015, ກອງປະຊຸມ ນັກທຸລະກິດຍິງ ອາຊຽນ ພາຍໃຕ້ ຫົວຂໍ້ວ່າ: “ນັກທຸລະກິດ ຍິງອາຊຽນ ແລະ ພື້ນຖານ ເສດຖະກິດ ເກີດໃໝ່ ໃນພາກພື້ນ: ກຽມພ້ອມ ດຳເນີນງານ” ຈັດຂຶ້ນ ໃນວັນທີ 10-11 ທັນວາ ຢູ່ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ ໂດຍມີ ບັນດາ ຜູ້ແທນ ວິສາຫະກິດ 200 ຄົນ ມາຈາກ ອາຊຽນ ເຂົ້າຮ່ວມ, ເຊິ່ງແມ່ນ ສະພາ ນັກທຸລະກິດຍິງ ຫວຽດນາມ ຮ່ວມກັບ ໂຄງການ ເຊື່ອມຈອດ ອາຊຽນ ຈັດຂຶ້ນ.

ຈຸດປະສົງ ຕົ້ນຕໍ ຂອງກອງປະຊຸມນີ້ ເພື່ອໃຫ້ ບັນດາ ນັກທຸລະກິດຍິງ ໄດ້ຮັບຂໍ້ມູນ ຂ່າວສານຕ່າງໆ ເມື່ອ ປະຊາຄົມ ເສດຖະກິດ ອາຊຽນ (AEC) ເລີ່ມເຂົ້າສູ່ ການເຄື່ອນໄຫວ ປະຕິບັດ ຕໍ່ ບັນດາ ວິສາຫະກິດ ໂດຍສະເພາະ ນັກທຸລະກິດຍິງ, ພ້ອມກັນນັ້ນ ຈະຊ່ວຍ ບັນດາ ນັກທຸລະກິດ ສາມາດ ກຳນົດ ເປົ້າໝາຍ, ຍຸດທະສາດ ການພັດທະນາ ວິສາຫະກິດ, ພ້ອມກັນນັ້ນ ຍັງສ້າງໂອກາດ ໃຫ້ບັນດາ ນັກທຸລະກິດ ອາຊຽນ ແລກປ່ຽນ ບົດຮຽນ ຈາກໂຄງການ ຕ່າງໆ, ການລິ່ເລີ່ມ ສະໜັບ ສະໜູນ ນັກທຸລະກິດຍິງ ໃນພາກລັດ-ເອກະຊົນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...