ນັກກິລາແລ່ນ-ລານທີມຊາດລາວຍາດໄດ້ 3 ຫຼຽນຄຳ ທີ່ສິງກະໂປ ໂອເພັນ 2023

0
693

ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ສ້າງຜົນງານໃຫ້ແກ່ປະເທດຊາດໄດ້ຢ່າງໜ້າປະທັບໃຈ ດ້ວຍການກວາດ 3 ຫຼຽນຄຳ ລາຍການແລ່ນທົນ 5.000 ແມັດຍິງ 10.000 ແມັດຍິງ 4×100 ປະສົມຊາຍ- ຍິງ ແລະ 1 ຫຼຽນທອງ 1.500 ແມັດ ໃນການແຂ່ງຂັນກິລາແລ່ນ-ລານ ລາຍການ Singapore Open Track & Field Championships 2023 ເຊິ່ງເປັນລາຍການອຸ່ນເຄື່ອງກ່ອນຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023.

ແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນທີ່ປະເທດສິງກະໂປ ວັນທີ 26-28 ເມສາ 2023 ເຊິ່ງມີນັກກິລາໃນບັນດາປະເທດອາຊຽນ ແລະ ສ ເກົ​າຫຼີ ເຂົ້າຮ່ວມ ສ່ວນນັກກິລາລາວເຂົ້າຮ່ວມ ຈຳນວນ 6 ຄົນ ຍິງ 3 ຄົນ ລົງແຂ່ງຂັນ 12 ລາຍການ ຜົນການແຂ່ງຂັນນັກກິລາລາວສາມາດຍາດໄດ້ 3 ຫຼຽນຄຳ ຈາກລາຍການແລ່ນທົນ 5.000 ແມັດຍິງ ລາຍການແລ່ນທົນ 10.000 ແມັດຍິງ 4×100 ປະສົມຊາຍ-ຍິງ 1 ຫຼຽນເງິນ ຮຸ່ນອາວຸໂສ 40 ປີຂຶ້ນໄປ ສ່ວນ 2 ຫຼຽນທອງໄດ້ຈາກລາຍການແລ່ນ 1.500 ແມັດຍິງ ແລະ ເຕັ້ນຍາວຊາຍ.

ທີ່ມາ VientianeMai