spot_img
Homeຂ່າວພາຍ​ໃນ3 ປີ ເຊກອງມີນັກທ່ອງທ່ຽວເຂົ້າມາທ່ຽວ 87.266 ເທື່ອຄົນ

3 ປີ ເຊກອງມີນັກທ່ອງທ່ຽວເຂົ້າມາທ່ຽວ 87.266 ເທື່ອຄົນ

Published on

ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໄລຍະຜ່ານມາແຂວງເຊກອງ ກໍຄືພະແນກ ຖວທ ແຂວງໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການໂຄສະນາສະຖານທີ່ທ່ອງທ່ຽວຕ່າງໆຜ່ານລາຍການວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ, ເວັບໄຊ ແລະ ສື່ອອນລາຍຕ່າງໆ. ນອກນັ້ນຍັງມີການ ຜະລິດແຜ່ນພັບ, ໂປສເຕີ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ປ້າຍຄໍາຂວັນ ແລະ ຮ່ວມງານວາງສະແດງສິນຄ້າຜະລິດຕະພັນການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ທ່ານ ບຸນທົງ ຖິ່ນດອນໂຂງ ໃຫ້ຮູ້ອີກວ່າ: ໃນສົກປີ 2020-2022 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມແຂວງເຊກອງທັງໝົດ 87.266 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 7,8 ລ້ານກວ່າໂດລາ. ໃນນີ້ປີ 2020 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 40.000 ເທື່ອຄົນ, ສ້າງລາຍຮັບໄດ້ 3,6 ລ້ານໂດລາ, ປີ 2021 ມີນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຈໍານວນ 17.266 ເທື່ອຄົນ, ສ້າງລາຍຮັບໄດ້ 1,5 ລ້ານກວ່າໂດລາ ແລະ ປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 30.000 ເທື່ອຄົນ, ສ້າງລາຍຮັບໄດ້ 2,7 ລ້ານໂດລາ.

ທ່ານ ບຸນທົງ ຖິ່ນດອນໂຂງ ກ່າວເນັ້ນໃຫ້ຮູ້ຕື່ມວ່າ: ປັດຈຸບັນທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 42 ແຫ່ງ. ໃນນັ້ນມີແຫຼ່ງທ່ອງທ່ຽວທຳມະຊາດ 22 ແຫ່ງ, ປະຫວັດສາດ 9 ແຫ່ງ, ວັດທະນະທຳ 7 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານກະສິກຳ 4 ແຫ່ງ. ນອກນັ້ນຍັງມີໂຮງແຮມ 8 ແຫ່ງ, ຣີສອດ 2 ແຫ່ງ, ເຮືອນພັກ 26 ແຫ່ງ, ສວນອາຫານ 6 ແຫ່ງ ແລະ ຮ້ານອາຫານ 28 ແຫ່ງ.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...