spot_img
Homeຂ່າວການພັດທະນານະຄອນຫຼວງເລັ່ງຕິດຕັ້ງຈຸດຖ້າລົດເມຕາມສາຍທາງຕ່າງໆອີກ 100 ກວ່າຈຸດ

ນະຄອນຫຼວງເລັ່ງຕິດຕັ້ງຈຸດຖ້າລົດເມຕາມສາຍທາງຕ່າງໆອີກ 100 ກວ່າຈຸດ

Published on

ປັດຈຸບັນ, ນະຄອນຫຼວງວຽງຈັນກໍາລັງເລັ່ງປັບປຸງບ່ອນນັ່ງລໍຖ້າລົດເມຢູ່ຕາມເສັ້ນທາງຕ່າງໆຕື່ມອີກ 105 ຈຸດ, ພາຍຫຼັງໄດ້ລົງມືສໍາເລັດແລ້ວກວ່າ 60 ກວ່າຈຸດ ເພື່ອເປັນການຮອງຮັບປີທ່ອງທ່ຽວລາວ.

ໃນໂອກາດເປີດການນໍາໃຊ້ສາລາບ່ອນນັ່ງລໍຖ້າລົດເມ ແລະ ການສະໜັບສະໜູນປີທ່ອງທ່ຽວລາວເມື່ອບໍ່ດົນຜ່ານມານີ້້, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງບ່ອນນັ້ງລໍຖ້າລົດເມ ໄດ້ເລີ່ມເຮັດການສໍາຫຼວດ ແລະ ເຮັດການກໍ່ສ້າງ ມາແຕ່ຕົ້ນປີ 2017 ໂດຍບໍລິສັດ ບລຸກ ຣາດ໌ ດີຊາຍ ກຣຸບ ຈໍາກັດຜູ້ດຽວ ເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການກໍ່ສ້າງ ແລະ ເປັນການຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານ ໂດຍໂຄງການດັ່ງກ່າວ ໄດ້ຖືກຕິດຕາມ ແລະ ກວດກາ ຈາກອົງການປົກຄອງນະຄອນຫຼວງວຽງຈັນ,​ພະແນກ, ຍທຂ, ລັດວິສາຫະກິດລົດເມ ແລະ ອົງການ JICA ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການລົດເມຕາມເສັ້ນທາງຫຼວງໄດ້ມີບ່ອນນັ່ງລໍຖ້າ ເປັນທີ່ຮຽບຮ້ອຍ ແລະ ສ້າງໂສມໜ້າໃໝ່ໃຫ້ແກ່ຕົວເມືອງ.

ຜູ້ຮັບຜິດຊອບໂຄງການດັ່ງກ່າວ, ໃຫ້ຮູ້ວ່າ: ໃນປີຜ່ານມາ ໄດ້ນໍາເຂົ້າສາລາບ່ອນນັ່ງລໍຖ້າລົດເມທັງໝົດ 60 ຊຸດ ແລະ ປ້າຍຈອດລົດເມ 100 ປ້າຍ, ປັດຈຸບັນໄດ້ກໍ່ສ້າງສໍາເລັດແລ້ວ 60 ຈຸດ ຕາມເສັ້ນທາງຕະຫຼາດເຊົ້າ-ວັດໄຕ, ຕະຫຼາດເຊົ້າ-ດົງໂດກ, ຕະຫຼາດເຊົ້າ-ທ່າເດື່ອ ແລະ ເສັ້ນທາງອື່ນໆ ລວມມູນຄ່າ 4 ຕື້ກວ່າກີບ, ໃນປີນີ້ ຈະເລັ່ງໃຫ້ສໍາເລັດໃຫ້ຄົບຕາມ 105 ຈຸດ ແລະ ຕິດປ້າຍ ຈອດລົດເມຕາມຄໍາແນະນໍາຂອງອົງການ JICA. ພ້ອມດຽວກັນນັ້ນ ຍັງໄດ້ມີການຕິດປ້າຍຄໍາຂວັນໂຄສະນາ ປະຊາສໍາພັນປີທ່ອງທ່ຽວລາວ 2018 ຕາມເສັ້ນທາງ ແລະ ຈຸດບ່ອນັ່ງລໍຖ້າລົດເມໃຫ້ແກ່ມວນຊົນ ແລະ ນັກທ່ອງທ່ຽວໄດ້ຮັບຮູ້ເຂົ້າໃຈ.

 

ແຫລ່ງຂ່າວ : ໜັງສືພິມລາວພັດທະນາ ແລະ muan.la

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...