ນະຄອນຫຼວງວຽງຈັນ ຈະບັນຈຸ 34 ປະເພດກິລາ ແຂ່ງຂັນໃນງານກິລາແຫ່ງຊາດຄັ້ງທີ XII

0
1366

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ລາຍງານການກຽມຄວາມພ້ອມ ໃນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ກຽມເປັນເຈົ້າພາບ ໃນປີ 2025 ຕໍ່ກອງປະຊຸມວຽກງານກິລາລະດັບສູງທົ່ວປະເທດ ປະຈຳປີ 2023 ແລະ ແຜນວຽກຈຸດສຸມ ປີ 2024 ເມື່ອບໍ່ດົນມານີ້ ໃຫ້ຊາບວ່າ:

ນະຄອນຫຼວງວຽງຈັນ ກໍຄືພະແນກສຶກສາທິການ ແລະ ກິລາ ນວ ໄດ້ປະຕິບັດຕາມໜັງສືຈາກ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການສະເໜີໃຫ້ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແທນແຂວງໄຊຍະບູລີ ໃນເບື້ອງຕົ້ນເອກະພາບເອົາວັນທີ 13-22/12/2025 ເປັນມື້ດໍາເນີນການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ວັນທີ 6-13/2/2026 ເປັນມື້ດຳເນີນການຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ເພື່ອສະເໜີລັດຖະບານອະນຸມັດ.

ສະນັ້ນ, ໂດຍພື້ນຖານແມ່ນມີຄວາມພ້ອມ ຍ້ອນບັນດາສະຫະພັນແຫ່ງຊາດ ຕັ້ງຢູ່ນະຄອນຫຼວງວຽງຈັນ, ຝ່າຍຈັດການ
ແຂ່ງຂັນ, ຝ່າຍກະກຽມສະຖານທີ່ແຂ່ງຂັນ, ສະຖານທີ່ພັກເຊົ່າຂອງນັກກິລາ ແລະ ການວາງແຜນງົບປະມານ, ການຈັດວາງແຜນບຸກຄະລາກອນຕ່າງໆ ສໍາລັບການເປັນເຈົ້າພາບໃນການແຂ່ງຂັນລາຍລະອຽດຕ່າງໆດັ່ງນີ້: ດ້ານສະຖານທີ່ສະໜາມແຂ່ງຂັນ ຈະນຳໃຊ້ສະໜາມກິລາແຫ່ງຊາດ (ຫຼັກ 16) ເປັນບ່ອນແຂ່ງຂັນ ແລະ ຈັດພິທີເປີດ-ປິດ, ສ່ວນສະໜາມອື່ນໆເຊັ່ນ: ສະໜາມກິລາເຈົ້າອານຸວົງ, ສະໜາມກິລາຂອງມະຫາວິທະຍາໄລແຫ່ງຊາດ, ສະໜາມກິລາສະຖາບັນການສຶກສາທັງພາກລັດ-ເອກະຊົນ ແລະ ສະໜາມກິລາຂອງຜູ້ປະກອບການຫົວໜ່ວຍທຸລະກິດກິລາຈຳນວນໜຶ່ງ ໂດຍລວມແລ້ວມີຄວາມພ້ອມດ້ານພື້ນຖານໂຄງລ່າງ; ດ້ານການປັບປຸງສະໜາມແຂ່ງຂັນ ພາຍຫຼັງ, ຄະນະຮັບຜິດຊອບລະດັບຊາດ ໄດ້ຮັບການແຕ່ງຕັ້ງຈາກລັດຖະບານແລ້ວ ຈະໄດ້ເປີດກອງປະຊຸມຄະນະດັ່ງກ່າວ ຄົ້ນຄວ້າ ແລະ ປຶກສາຫາລືການກະກຽມລົງກວດກາສະຖານທີ່ ເພື່ອປະເມີນມູນຄ່າຂອງການບູລະນະສ້ອມແປງ; ດ້ານທີ່ພັກການນໍາ ແລະ ທີ່ພັກນັກກິລາ ນະຄອນຫຼວງວຽງຈັນ ມີບ່ອນພັກເຊົ່າຫຼາຍແຫ່ງທີ່ມີຄວາມສະດວກສະບາຍ ໄວ້ຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ. ສ່ວນກ້ອນກຳລັງກິລາທີ່ມາຈາກແຂວງ ຄະນະຮັບຜິດຊອບແມ່ນໄດ້ຈັດສັນໃຫ້ພັກເຊົ່າຕາມໂຮງຮຽນໃນຂອບເຂດນະຄອນຫຼວງວຽງຈັນ ທີ່ມີຫ້ອງນ້ຳສະອາດ ແລະ ມີສະຖານທີ່ສາມາດຝຶກຊ້ອມ ແລະ ໃກ້ສະຖານທີ່ແຂ່ງຂັນ ເພື່ອໃຫ້ມີຄວາມສະດວກໃນການເດີນທາງໄປແຂ່ງຂັນ ແລະ ຄາດຄະເນປະເພດກິລາ ທີ່ຈະສະເໜີໃຫ້ບັນຈຸເຂົ້າໃສ່ການແຂ່ງຂັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແມ່ນຈະມີທັງໝົດ 34 ປະເພດກິລາ ປະກອບມີ: ລອຍນ້ຳ, ແລ່ນ-ລານ, ບານບ້ວງ, ຍິງທະນູ, ໜ້າເກັກ, ໝາກຂ່າງ, ບານສົ່ງໃນຮົ່ມ-ຫາດຊາຍ, ເທັນນິດ-ຊັອບເທັນນິດ, ບານເຕະຍິງ-ຊາຍ-ຟຸດຊໍ, ມວຍສາກົນ, ມວຍລາວ, ດອກປີກໄກ່, ຢູໂດ, ຄາຣາເຕໂດ, ເທຄວັນໂດ, ປັນຈັກສີລັດ, ມວຍປ້ຳ, ມວຍວູຊູ, ເປຕັງ, ກະຕໍ້-ຊິນລອນ, ເຮືອຊ່ວງ, ປິ່ງປ່ອງ, ໂບລິ້ງ, ລົດຖີບ, ສະນຸກເກີ, ໝາກເສິກ, ຍິງປືນ, ກັອບ, ຣັກບີ້, ໝາກແລ້, ອີ-ສະປອດ, ເພາະກາຍ, ຍົກນ້ຳໜັກ, ດຶງເຊືອກ ແລະ ເບັດບອນ.

ພ້ອມກັນນັ້ນ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເຫັນດີໃຫ້ກຳນົດເອົາໂຕນົກຍູງ 2 ໂຕ (ຜູ້ ແລະ ແມ່) ເປັນສັດນຳໂຊກ ແລະ ໂລໂກ້ ກຳນົດເອົາຮູບປະຕູໄຊ ເປັນສັນຍາລັກໃນງານ. ສ່ວນດ້ານແຜນງົບປະມານ ພະແນກສຶກສາທິການ ແລະ ກິລາ ໄດ້ສະເໜີງົບປະມານເບື້ອງຕົ້ນ ຈຳນວນ 56 ຕື້ກີບ ເພື່ອຮັບໃຊ້ວຽກງານຂອງນະຄອນຫຼວງວຽງຈັນເປັນເຈົ້າພາບ ປີ 2025 (ຕາມແຜນພັດທະນາຂອງຂະແໜງການສຶກສາ ແລະ ກິວລາ ກຳນົດເຂົ້າໃນແຜນ 2021-2025). ນອກຈາກນີ້ ຂໍໃຫ້ກະຊວງສຶກສາທິການ ແລະ ກິລາ ໄດ້ຄົ້ນຄວ້າງົບປະມານເພີ່ມເຕີມຈາກລັດຖະບານ ແລະ ສະພາແຫ່ງຊາດ ຕາມລະບຽບການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ເພື່ອສະໜັບສະໜູນການເປັນເຈົ້າພາບ ຈັດງານກິລາແຫ່ງຊາດຂອງນະຄອນຫຼວງວຽງຈັນ ປີ 2025.

ແຫຼ່ງຂ່າວ: ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ