spot_img
Homeຂ່າວຄວາມສະຫງົບຊາຍຊາວຫວຽດນາມກໍ່ເຫດຄາຕະກຳ ຍ້ອນຫຶງຫວງເມຍ

ຊາຍຊາວຫວຽດນາມກໍ່ເຫດຄາຕະກຳ ຍ້ອນຫຶງຫວງເມຍ

Published on

ອີງຕາມຂ່າວຄວາມສະຫງົບ ລາຍງານ ໃນວັນທີ 31 ມັງກອນ 2024 ນີ້, ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ຄະດີອາຍາຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳຕົວ ທ້າວ ດ່າວຕວັນວູ່ ອາຍຸ 32 ປີ, ອາຊີບກຳມະກອນ, ເຊື້ອຊາດ ແລະ ສັນຊາດຫວຽດນາມ ບ້ານຢູ່ປັດຈຸບັນ ບ້ານ ລົກໂບນ, ເມືອງຟູລົກ, ແຂວງເທື່ອທຽນເຫດ, ປະເທດ ຫວຽດນາມ, ປັດຈຸບັນພັກເຊົາຢູ່ບ້ານສັນຕິສຸກ ເມືອງທ່າແຂກ ແຂວງຄຳມ່ວນ ໄປທົດສະກຳຄືນ ເຫດການຄາດຕະກຳ ທ້າວ ໂງ່ແທັງຫາຍ ອາຍຸ 29 ປີ ໃນຕອນກາງຄືນ ເວລາ ປະມານ 22:30 ໂມງ ຂອງວັນທີ 25 ມັງກອນ 2024 ເນື່ອງຈາກ ຫຶງຫວງເມຍ ຈິ່ງກໍ່ເຫດຄາດຕະກຳໃນຄັ້ງນີ້.

ທ້າວ ດ່າວຕວັນວູ່ ໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 23 ເມສາ 2018 ຕົນເອງ ກັບ ເມຍ ຊື່ ນາງຫວໍທິທູຮັ່ງ ອາຍຸ 37 ປີ ໄດ້ເດີນທາງມາທີປະເທດລາວ ມາພັກ ແລະ ເຊົ່າເຮືອນເປີດຮ້ານຂາຍເຂົ້າປຸ້ນ ຢູ່ບ້ານຈອມທອງ, ເມືອງທ່າແຂກ ແຂວງຄຳມ່ວນ, ມີລູກຮ່ວມກັນ 01 ຄົນ. ຢູ່ມາທັງສອງຜົວເມຍ ຈຶ່ງໄດ້ຮູ້ຈັກກັບ ທ້າວໂງ່ແທັງຫາຍ (ຜູ່ເສຍຊິວິດ) ທີ່ພັກເຊົາຢູ່ເຮືອນໃກ້ຄຽງຫ່າງກັນປະມານ 10 ເເມັດ. ຜ່ານມາ ທ້າວ ດ່າວຕວັນວູ່ ມັກຜິດຖຽງກັບ ນາງຫວໍທີທູຮັ່ງ ມາຕະຫຼອດ ຍອນຜູ້ເປັນຜົວບໍ່ຊອກເຮັດວຽກເພື່ອຫາເງິນມາໃຊ້ຈ່າຍໃນຄອບຄົວ ແລະ ມັກຜິດຖຽງກັນ ເລື່ອງເມຍຂອງຜູ້ກ່ຽວມັກໄປກີນເບຍຢູ່ເຮືອນຂອງ ທ້າວ ໂງ່ແທັງຫາຍເປັນປະຈຳ ເຮັດໃຫ້ ເກີດມີຄວາມຫຶງຫວງ.

ໃນວັນທີ 18 ມັງກອນ 2024 ທ້າວ ດ່າວຕວັນວູ ຈໄດ້ສົ່ງຂໍ້ຄວາມ ເຕືອນຫາ ທ້າວ ໂງ່ແທັງຫາຍ ຜ່ານທາງເຟສບຸກ ວ່າ: ຢ່າພົວພັນກັບ ນາງ ຫວໍທິທູຮັ່ງ ຫຼາຍເກີນໄປ. ເວລາປະມານ ກາງຄືນຂອງວັນທີ 25 ມັງກອນ 2024 ໄດ້ມີຄົນຮູ້ຈັກກັນຢູ່ຂ້າງຫ້ອງໃກ້ຄຽງ ເຊິ່ງເປັນພີ່ນ້ອງ ແລະ ອາໃສ່ຢູ່ຮ່ວມກັນກັບ ທ້າວ ໂງ່ແທັງຫາຍ ມາເອີ້ນ ທ້າວ ດ່າວຕວັນວູ່ ແລະ ນາງ ຫວໍທີທູຮັ່ງ ສອງຜົວເມຍ ມາກິນຊີ້ນດາດນຳຢູ່ເຮືອນ ແຕ່ທ້າວ ດ່າວຕວັນວູ່ ຕອບວ່າ: ຂອບໃຈພວກເຮົາກິນເຂົ້າແລ້ວໆ.

ຈາກນັ້ນ ຜູ້ເປັນເມຍຈຶ່ງໄດ້ຍ່າງໄປກິນຊິ້ນດາດນຳ, ຜູ້ກ່ຽວໄດ້ເກີດມີແນວຄິດຫຶງຫວງເມຍ ບວກກັບອາການມຶນເມົາ ຈຶ່ງໄດ້ຈັບເອົາມີດຢູ່ເຮືອນຄົວ ຍາວ 25 cm. ແລ້ວຍ່າງວົນໄປທາງຫຼັງເຮືອນຂອງຜູ້ເສຍຊິວິດ ເພື່ອໄປນາບຄູ່, ພໍໄປຮອດປະຕູຫຼັງເຮຶອນ ແນມເຫັນ ທ້າວໂງ່ແທັງຫາຍ ກຳລັງເຂົ້າຫ້ອງນໍ້າ ຜູ້ກ່ຽວຈິ່ງຍູ້ປະຕູຫ້ອງນໍ້າ ເຮັດໃຫ້ ທ້າວໂງ່ແທັງຫາຍ (ຜູ້ເສຍຊິວິດ) ພະຫຼາດລົ້ມ ແລ້ວທ້າວ ດ່າວຕວັນວູ່ ຈຶ່ງໄດ້ໃຊ້ມີດແທງໃສ່ໜ້າເອິກຈຳນວນ 01 ບາດ ແລ້ວໄດ້ແກວ່ງມີດເຫຼັມດັ່ງກ່າວຖິ້ມເຂົ້າປ່າເອົາຕົວຫຼົບໜີ. ສ່ວນທ້າວ ໂງ່ແທັງຫາຍ ແມ່ນໄດ້ຮັບບາດເຈັບສາຫັດ ແລ້ວຈິ່ງພະຍາຍາມຄານເຂົ້າໃນເຮືອນເອີ້ນບອກພີ່ນ້ອງທີ່ກຳລັງກິນຊີ້ນດາດມາຊ່ວຍ ເພື່ອນຳສົ່ງໂຮງໝໍແຂວງຄຳມ່ວນ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.
ມາຮອດເວລາ 15:00ໂມງຂອງວັນທີ 28 ມັງກອນ 2024 ທາງເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຄຳມ່ວນ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ນຳຈັບຕົວ ທ້າວ ດ່າວຕວັນວູ່ ມາດຳເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...