spot_img
Homeຂ່າວພາຍ​ໃນນວ ແຈ້ງ ຜູ້ເດີນທາງມາຈາກສາມແຂວງພາກໃຕ້ ແລະ ບໍ່ແກ້ວຕ້ອງກັກໂຕ 14 ວັນ

ນວ ແຈ້ງ ຜູ້ເດີນທາງມາຈາກສາມແຂວງພາກໃຕ້ ແລະ ບໍ່ແກ້ວຕ້ອງກັກໂຕ 14 ວັນ

Published on

ຄະນະສະເພາະກິດນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບການເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ – 19 ຢູ່ ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 16 – 30 ກັນຍາ 2021 ເຊິ່ງຜູ້ເດີນທາງມາຈາກສາມແຂວງພາກໃຕ້ ແລະ ບໍ່ແກ້ວຕ້ອງກັກໂຕ 14 ວັນ.

ຫ້າມບຸກຄົນຢູ່ແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເດີນທາງເຂົ້າມານະຄອນຫຼວງວຽງຈັນ ເຊັ່ນ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ແລະ ບໍ່ແກ້ວ ທັງຫ້າມບຸກຄົນທີ່ອາໄສຢູ່ນະຄອນຫຼວງວຽງຈັນ ເດີນທາງໄປແຂວງດັ່ງກ່າວ, ກໍລະນີຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ແຕ່ເມື່ອມາຮອດນະຄອນຫຼວງວຽງຈັນ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນຈັດໄວ້.

ນອກນັ້ນກໍຍັງຫ້າມຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ລວມທັງ ຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດດັ່ງກ່າວ ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ແລະ ຫຼົບໜີການເຂົ້າປິ່ນປົວຢູ່ໂຮງໝໍ ຫຼື ບໍ່ຈຳກັດບໍລິເວນຕົນເອງຢູ່ສະຖານທີ່ຈຳກັດບໍລິເວນທີ່ທາງຄະນະສະເພາະກິດຈັດໄວ້ໃຫ້ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ.

ຂໍ້ມູນຈາກ: Lao Youth Radio 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...