spot_img
Homeຂ່າວເຫດການທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວຄົນໃໝ່ ເຂົ້າພິທີມອບ – ຮັບໜ້າທີ່!

ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວຄົນໃໝ່ ເຂົ້າພິທີມອບ – ຮັບໜ້າທີ່!

Published on

Bokeo01.2015

ພິທີມອບ-ຮັບໜ້າທີ່ເຈົ້າແຂວງບໍ່ແກ້ວລະຫວ່າງທ່ານ ຄຳໝັ້ນ ສູນວິເລີດ ເຈົ້າ ແຂວງຜູ້ເກົ່າ ແລະ  ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງຄົນໃໝ່ມີຂຶ້ນ ໃນທ້າຍອາ ທິດຜ່ານມານີ້, ຢູ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ, ໂດຍການເຂົ້າຮ່ວມ ຂອງ ທ່ານຮອງ ນາຍົກລັດຖະມົນຕີ ດຣ ບຸນປອນ ບຸດຕະນະວົງ, ໂດຍທ່ານ ຄຳໝັ້ນ ສູນວິເລີດ ຈະໄປຮັບໜ້າທີ່ໃໝ່ຢູ່ກະຊວງພາຍໃນ.

ທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໃຫ້ຮູ້ວ່າ: ການມອບ-ຮັບໜ້າທີ່ຄັ້ງ ນີ້ແມ່ນປະຕິບັດຕາມມະຕິຕົກລົງຂອງກົມການ ເມືອງສູນກາງ ແລະ ລັດຖະດຳ ລັດຂອງປະທານປະເທດແຫ່ງ ສປປ ລາວ.

ໃນໂອກາດນີ້, ທ່ານຮອງນາຍົກ ດຣ ບຸນປອນ ບຸກຕະນະວົງ ໄດ້ໂອ້ລົມໃຫ້ທິດຊີ້ນຳວ່າ: ຂໍໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ເຈົ້າແຂວງຄົນໃໝ່ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາຄະນະພັກ, ຄະນະນຳແຂວງ ແລະພະນັກງານອ້ອມຂ້າງແຂວງພ້ອມກັນຈັດຕັ້ງ

ຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄປຕາມທິດທາງທີ່ກຳນົດໄວ້, ເພີ່ມທະວີການສຶກສາອົບຮົມ ວຽກງານການເມືອງແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານຢ່າງປົກກະຕິ, ເຊື່ອມຊຶມບັນດາມະຕິ,ຄຳສັ່ງ ແລະ ລະບຽບ ກົດໝາຍຢ່າງເຂັ້ມງວດ, ເພື່ອເຮັດໃຫ້ແຂວງມີການພັດທະນາໄປຢ່າງບໍ່ຢຸດຢັ້ງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...