spot_img
Homeຂ່າວພາຍ​ໃນທ່ານຮອງນາຍົກ ໃຫ້ສາລະວັນຈິງຈັງແກ້ການສວຍໃຊ້ທີ່ຜິດກົດໝາຍ

ທ່ານຮອງນາຍົກ ໃຫ້ສາລະວັນຈິງຈັງແກ້ການສວຍໃຊ້ທີ່ຜິດກົດໝາຍ

Published on

ໃນທ້າຍອາທິດຜ່ານມາທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ໄດ້ເປັນກຽດເຂົ້າຮ່ວມ ແລະໂອ້ລົມໃນມື້ປິດກອງປະຊຸມໃຫຍ່ວຽກງານກວດກາທົ່ວແຂວງສາລະວັນ ໂດຍມີເຈົ້າແຂວງ, ຮອງເຈົ້າແຂວງ, ຫົວໜ້າ ແລະຮອງພະແນກການອ້ອມຂ້າງແຂວງ, ກອງບັນຊາການທະຫານ-ຕໍາຫຼວດ, ເຈົ້າເມືອງ-ຮອງເຈົ້າເມືອງ ຕະຫຼອດຮອດພະນັກງານທີ່ເຮັດວຽກງານກວດກາຕາມຂົງເຂດຂະແໜງການທົ່ວແຂວງສາລະວັນ.

ທ່ານຮອງລັດຖະມົນຕີໄດ້ເນັ້ນໜັກໃຫ້ຄະນະພັກທີ່ກ່ຽວຂ້ອງຕ້ອງເປັນເຈົ້າການສຶບຕໍ່ເຮັດວຽກງານຕິດຕາມກວດ ກາ ແລະຊອກຮູ້ບັນດາປາກົດການຫຍໍ້ທໍ້ທີ່ເປັນຂໍ້ຫ້າມໃນອົງການຈັດຕັ້ງພັກລັດຢ່າງເຂັ້ມງວດ. ຄຽງຄູ່ກັນນັ້ນ ພະນັກງານທີ່ເຮັດວຽກງານກວດກາແຕ່ລະຂັ້ນຕ້ອງກໍາແໜ້ນແຈ້ງການ, ບົດແນະນໍາ ແລະບົດໂອ້ລົມຂອງທ່ານປະທານປະເທດ ວ່າດ້ວຍການເພີ່ມທະວີຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ, ວຽກງານກວດກາທົ່ວແຂວງສາລະວັນ ຄັ້ງທີ 3 ເພື່ອແນໃສ່ໃຫ້ຄະນະພັກ ຄະນະປະຈໍາພັກຂັ້ນສູນກາງ ແລະທ້ອງຖິ່ນ ເຊື່ອມຊຶມເຫັນແຈ້ງກ່ຽວກັບດ້ານດີຂໍ້ຄົງຄ້າງແລ້ວນໍາໄປປັບປຸງອົງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງຂຶ້ນເປັນກ້າວໆ. ຕັ້ງໜ້າແກ້ໄຂທັດສະນະແນວຄິດອາດຍາສິດ, ຫ່າງເຫີນ ແລະລະເມີດສິດເປັນເຈົ້າຂອງປະຊາຊົນ, ການສວຍໃຊ້ໜ້າທີ່ຕໍາແໜ່ງທີ່ເປັນການລະເມີດລະບຽບກົດໝາຍ, ການສໍ້ລາດບັງຫຼວງທີ່ເກີດຂຶ້ນກັບແນວຄິດບຸກຄົນ, ການນໍາໃຊ້ຈຸ້ມເຈື້ອເຊື້ອສາຍເປັນເຄື່ອງມື ຊຶ່ງເຮັດໃຫ້ການແກ້ໄຂລັກສະນະດັ່ງກ່າວແກ່ຍາວ.

ພະນັກງານທີ່ເຮັດວຽກງານກວດກາແຕ່ລະຂະແໜງການຕ້ອງເຮັດວຽກດ້ວຍຄວາມຈູບຈ້າວຫ້າວຫັນຕໍ່ເນື່ອງ, ປອດໃສ, ທ່ຽງທໍາໃຫ້ກັບທຸກຝ່າຍເພື່ອກາຍເປັນແບບຢ່າງນໍາໜ້າຂອງພັກ. ສະນັ້ນ ຄະນະພັກຄະນະກວດກາຂັ້ນຕ່າງໆ ໃຫ້ສຶບຕໍ່ເພີ່ມທະວີຄວາມຮັບຜິດຊອບນໍາພາຊີ້ນໍາຕໍ່ວຽກງານກວດກາໃຫ້ມີຄວາມໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ພ້ອມນີ້ ການຈັດຕັ້ງປະຕິບັດວຽກງານກວດກາໃຫ້ມີລັກສະນະຫຼັກການຂອງການຈັດຕັ້ງ, ມີແບບແຜນການນໍາພາ ແລະວິທີເຮັດວຽກທີ່ດີ ເພື່ອຮັບປະກັນໃຫ້ອົງການຈັດຕັ້ງ ແລະສະມາຊິກພັກ ເພື່ອພ້ອມກັນປະຕິບັດຕາມກົດລະບຽບຂອງພັກວາງອອກຢ່າງຈິງຈັງ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕ້ອງເຮັດໃຫ້ສໍາເລັດ ແຕ່ຂັ້ນຮາກຖານຂອງທ້ອງຖິ່ນຫາສູນກາງ,  ການຈັດຕັ້ງປະຕິບັດແຕ່ຂັ້ນບ້ານຫາເມືອງ ແລະແຂວງທັງຊອກຮູ້, ເກັບກໍາຂໍ້ມູນທີ່ເປັນຈິງເພື່ອວັດແທກຄ່າໃນການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ສອດຄ່ອງເໝາະສົມກັບທັດສະນະພຶດຕິກໍາ ແລະແນວຄິດຂອງປະທານໄກສອນ ພົມວິຫານ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...