spot_img
Homeນານາສາລະທຳ 10 ປະການຂອງຜູ້ບໍລິຫານແຜ່ນດິນ

ທຳ 10 ປະການຂອງຜູ້ບໍລິຫານແຜ່ນດິນ

Published on

ທົດສະພິດລາຊະທຳ ຫຼື ລາຊະທຳ 10 ຄື ຈະລິຍະວັດ 10 ປະການທີ່ພະເຈົ້າແຜ່ນດິນປະພຶດປະຕິບັດເປັນຫຼັກທຳປະຈຳໃຈ ຫຼືເປັນຄຸນນະທຳປະຈຳໂຕຂອງຜູ້ປົກຄອງບ້ານເມືອງ ໃຫ້ມີຄວາມເປັນໄປໂດຍທຳແລະນຳປະໂຫຍດສຸກໃຫ້ເກີດແກ່ປະຊາຊົນຈົນເກີດຄວາມຊື່ນຊົມຍິນດີ ເຊິ່ງຄວາມຈິງແລ້ວບໍ່ໄດ້ຈຳແນກສະເພາະເຈາະຈົງພຽງແຕ່ພະເຈົ້າແຜ່ນດິນຫຼືຜູ້ປົກຄອງແຜ່ນດິນເທົ່ານັ້ນ ບຸກຄົນທຳມະດາທີ່ເປັນຜູ້ບໍລິຫານລະດັບສູງໃນທຸກອົງກອນກໍຄວນໃຊ້ຫຼັກທຳນີ້ເຊັ່ນກັນ ດັ່ງນັ້ນ, ມື້ນີ້ລາວໂພສຕ໌ ຈຶ່ງຂໍນຳສະເໜີທຳ 10 ປະການດັ່ງກ່າວສູ່ທ່ານຜູ້ອ່ານດັ່ງນີ້:

  1. ທານ ຄື ການໃຫ້
  2. ສິນ ຄື ຄວາມປະພຶດທີ່ດີງາມ ທັງກາຍ ວາຈາ ແລະໃຈ
  3. ບໍລິຈາກ ຄື ການເສຍສະຫຼະຄວາມສຸກສ່ວນຕົວເພື່ອຄວາມສຸກສ່ວນລວມ
  4. ຄວາມຊື່ສັດ ຄື ການສຸຈະລິດຕໍ່ໜ້າທີ່ວຽກງານຂອງຕົນ ຕໍ່ມິດສະຫາຍ ຕໍ່ອົງການຈັດຕັ້ງ ຫຼືຫຼັກການຂອງຕົນ
  5. ຄວາມອ່ອນໂຍນ ຄື ການມີອັດທະຍາໄສອ່ອນໂຍນ
  6. ຄວາມພຽນ ຄື ຄວາມພາກພຽນພະຍາຍາມ
  7. ຄວາມບໍ່ໃຈຮ້າຍ ຄື ການບໍ່ສະແດງອາການຮ້າຍດ່າ
  8. ຄວາມບໍ່ບຽດບຽນ ຄື ການດຳເນີນຊີວິດໄປຕາມທາງສາຍກາງ ການຜະລິດ ການບໍລິໂພກ ທີ່ສົມດຸນບໍ່ເນັ້ນປະໂຫຍດສ່ວນຕົວເປັນຫຼັກ ເຊິ່ງນຳໄປສູ່ການຍາດແຍ່ງແຂ່ງຊິງຈົນເປັນການບຽດບຽນຕົນເອງແລະຜູ້ອື່ນແລະທຳລາຍສິ່ງແວດລ້ອມ
  9. ຄວາມອົດທົນ ຄື ການຮັກສາປົກກະຕິພາວະຂອງຕົນໄວ້ໄດ້ ບໍ່ວ່າຈະຖືກກະທົບກະທັ່ງດ້ວຍສິ່ງອັນເປັນທີ່ປາຖະໜາຫຼືບໍ່ປາຖະໜາກໍຕາມ ມີຄວາມໝັ້ນຄົງໜັກແໜ້ນບໍ່ຫວັ່ນໄຫວ.
  10. ຄວາມທ່ຽງທຳ ຄື ຄວາມໜັກແໜ້ນ ຖືຄວາມຖືກຕ້ອງ ທ່ຽງທຳເປັນຫຼັກ

ບຸກຄົນຫຼືຜູ້ນຳທ່ານໃດ ຫາກໄດ້ຖືເອົາຫຼັກທຳ 10 ປະການນີ້ໄປໃຊ້ ໃນການບໍລິຫານ ຈະເຮັດໃຫ້ອົງກອນ, ສັງຄົມ ຫຼືປະເທດນັ້ນ ມີຄວາມສະຫງົບ ຮົ່ມເຢັນ ຈະເລີນກ້າວໜ້າ ແລະປະຊາຊົນຈະເທີດທູນນັບຖື.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...