spot_img
Homeຂ່າວເຫດການທາງລົດໄຟ ເຂດຫລວງພະບາງທ້າຍເດືອນນີ້້ລົງສຳຫລວດບ່ອນສ້າງຕົວຈິງ

ທາງລົດໄຟ ເຂດຫລວງພະບາງທ້າຍເດືອນນີ້້ລົງສຳຫລວດບ່ອນສ້າງຕົວຈິງ

Published on

ເພື່ອເປັນການປຶກສາຫາລືການສ້າງເສັ້ນທາງລົດໄຟ ກ່ອນການລົງມືຕົວຈິງ, ທັງນີ້ກໍເພື່ອຮັບປະກັນການປະສານງານທີ່ຕໍ່ເນື່ອງ ແລະເຮັດໃຫ້ການກໍ່ສ້າງໄດ້ຮັບປະສິດທິຜົນ. ດັ່ງນັ້ນຄະນະຮັບຜິດຊອບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຮ່ວມກັບກຸ່ມບໍລິສັດກໍ່ສ້າງທາງລົດໄຟເລກ 8, ບໍລິສັດທີ 3 ສປ ຈີນ ທີ່ຮັບຜິດຊອບກໍ່ສ້າງເຂດຫຼວງພະບາງ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງຫຼວງພະບາງ ໃນວັນທີ 8 ພະຈິກທີ່ຜ່ານມານີ້ ໂດຍການເຂົ້າຮ່ວມຂອງທ່ານ ບົວຄົງ ນາມມະວົງ ຮອງເຈົ້າແຂວງໆຫຼວງພະບາງ, ຄະນະຮັບຜິດຊອບການກໍ່ສ້າງທາງລົດໄຟຂອງແຂວງ ແລະວິສະວະກອນຂອງປະເທດຈີນ.

ທ່ານ ບົວຄົງ ນາມມະວົງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຈັດກອງປະຊຸມຂຶ້ນໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ແລະກໍານົດທິດທາງຂອງການປະສານງານກັນເພື່ອກໍ່ສ້າງເສັ້ນທາງລົດໄຟ ໂດຍສະເພາະແມ່ນເຂດແຂວງຫຼວງພະບາງ  ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງໄດ້ຮັບຜົນດີ ພ້ອມນັ້ນທາງແຂວງຫຼວງພະບາງກໍ່ໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບແຕ່ລະວຽກງານເພື່ອອໍານວຍຄວາມສະດວກ ໃຫ້ແກ່ການກໍ່ສ້າງ ແລະໃຫ້ການຮ່ວມມືກັບທາງບໍລິສັດໃນການກະກຽມຄວາມພ້ອມການກໍ່ສ້າງເປັນຕົ້ນແມ່ນກຽມສະໜອງຫີນ, ແຫ່-ຊາຍຢູ່ແຕ່ລະຈຸດຂອງການກໍ່ສ້າງ ລວມເຖິງການຜະລິດສະບຽງອາຫານ ແລະກະກຽມແຮງງານຈໍານວນໜຶ່ງທີ່ທາງບໍລິສັດຕ້ອງການເຂົ້າຮ່ວມງານຄຽງຄູ່ກັບການຮັກສາຄວາມສະຫງົບຂອງສັງຄົມ.

ກອງປະຊຸມໃນຄັ້ງນີ້ທັງສອງຝ່າຍຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຮ່ວມກັນ ໃນ 3 ບັນຫາຫຼັກຄື: ບັນຫາການນຳໃຊ້ທີ່ດິນເຂົ້າໃນການກໍ່ສ້າງທາງລົດໄຟ, ການສ້າງທ່າເຮືອເພື່ອນຳວັດສະດຸເຂົ້າໃນການກໍ່ສ້າງ ແລະບັນຫາພະລັງງານໄຟຟ້າເພື່ອຕອບສະໜອງໃຫ້ແກ່ການກໍ່ສ້າງ, ພ້ອມນີ້ຍັງໄດ້ຄົ້ນຄວ້າເຖິງນະໂຍບາຍ ເພື່ອຊົດເຊີຍໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກການກໍ່ສ້າງຕື່ມອີກ, ພາຍຫຼັງສຳເລັດກອງ ປະຊຸມໃນຄັ້ງນີ້ທາງນັກວິສະວະກອນ ຂອງ ຈີນແມ່ນຈະເລີ່ມລົງສໍາຫຼວດເບິ່ງພື້ນທີ່ຕົວຈິງໃນທ້າຍເດືອນພະຈິກ 2016 ນີ້.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...