ທາງດົງຄຳຊ້າງ – ຄຳສະຫວາດ – ດົງໂພສີ ສຳເລັດ 80%

0
2051

    ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ດົງ​ຄຳ​ຊ້າງ-ຄຳ​ສະ­ຫວາດ-ດົງ​ໂພ​ສີເລີ່ມ​ລົງ­ມື​ກໍ່­ສ້າງ​ມາແຕ່ເດືອນ​ທັນ­ວາ 2012 ໂດຍ​ມີ​ມູນ​ຄ່າ​ກໍ່​ສາງ 74 ລ້ານ​ໂດ​ລາມາ​ຮອດ​ປະ­ຈຸ​ບັນ​ສຳ­ເລັດ​ແລ້ວ 80% ຂະ­ນະ​ທີ່​ເຈົ້າ​ຂອງ​ໂຄງ­ການ​ຄາດ​ຈະ​ໃຫ້​ສຳ­ເລັດພາຍ​ໃນ​ກາງ​ປີ​ນີ້.

     ທ່ານ ກ້ານ ຈັນ­ທະ​ລາດ ຜູ້​ບໍ­ລິ­ຫານ​ພາກ​ສະໜາມ​ຫົວ­ໜ້າ​ໂຄງ­ການ​ດັ່ງ­ກ່າວ​ໃຫ້​ສຳ­ພາດ​ກັບນັກ​ຂ່າວ​ເສດ­ຖະ­ກິດ-ສັງ­ຄົມ​ບໍ່​ດົນ​ມາ​ນີ້​ຮູ້​ວ່າ: ໂຄງ­ການ​ແມ່ນ​ເລີ່ມ​ມາ​ແຕ່​ເສັ້ນ­ທາງ​ດົງ​ຄຳ​ຊ້າງ,ຄຳ​ສະ­ຫວາດ ແລະ​ດົງ​ໂພ​ສີ ລວມ​ຄວາມ​ຍາວ 20,4 ກິ­ໂລ­ແມັດ ໂດຍ​ພັກ-ລັດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ມອບ​ໃຫ້​ບໍ­ລິ­ສັດ​ຄອງ​ຊັບ​ກໍ່­ສ້າງ​ຂົວທາງ ແລະ​ເຄ­ຫາ​ສະ­ຖານ​ຈຳ­ກັດ​ລົງ­ທຶນ​ຮັບ​ເໝົາກໍ່­ສ້າງ​ດ້ວຍ​ທຶນ​ຂອງ​ບໍ­ລິ­ສັດ​ເອງ ແລະ​ລັດ​ຈະ ໄດ້​ຂຶ້ນ​ແຜນ​ຊຳ­ລະ ພາຍ­ຫຼັງ​ກໍ່­ສ້າງ​ສຳ­ເລັດ​ພາຍໃນ​ກຳ­ນົດ 5 ປີ ລວມ​ມູນ​ຄ່າ​ຂອງ​ໂຄງ­ການ​ທັງ ໝົດ74 ລ້ານ​ໂດ​ລາ​ສະ­ຫະ­ລັດ​ໃນ​ໄລ­ຍະ​ການ ກໍ່­ສ້າງ 36 ເດືອນ ໂດຍ​ເສັ້ນ­ທາງ​ຈະ​ປູດ້ວຍ​ເບ​ຕົງ​ເສີມ​ເຫຼັກ​ກວ້າງ 12 ແມັດ, ມີ ຮ່ອງ​ລະ­ບາຍ​ນ້ຳ, ທາງ​ຄົນ​ຍ່າງ​ເບື້ອງ​ລະ 1,5 ແມັດ, ຕິດ​ຕັ້ງ​ເສົາ​ໄຟ​ສອງ​ຟາກ​ທາງ ແລະ​ປ້າຍ​ຈະ­ລາ­ຈອນ.

ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ໄດ້​ເລີ່ມ​ລົງ­ມື ກໍ່­ສ້າງ​ມາ​ແຕ່​ເດືອນ​ທັນ­ວາ 2012 ຮອດ ເດືອນ​ດຽວ​ກັນ​ຂອງ​ປີ 2015 ຊຶ່ງ​ກຳ­ນົດ 36 ເດືອນ​ຈະ​ໃຫ້​ສຳ­ເລັດ ສະ­ນັ້ນສັງເກດ​ເຫັນ​ວ່າ­ການ​ປະ­ຕິ­ບັດ​ແມ່ນ​ບໍ່​ສາມາດ​ໄປ​ຕາມ​ແຜນ­ທີ່​ກຳ­ນົດ​ໄວ້​ຄື​ຊ້າ​ກວ່າແຜນ­ການເນື່ອງ​ຈາ​ກວ່າ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ໄກ່​ເກ່ຍ​ປະ­ຊາ­ຊົນ​ອອກ ຈາກ​ແລວ​ທາງ ລວມ​ໄປ​ເຖິງ​ບັນ­ຫາ​ຕາມ ເສັ້ນ­ທາງ​ຕ່າງໆ​ທີ່​ເຮັດ​ໃຫ້​ໂຄງ­ການ​ພົບ ຄວາມ​ຫຍຸ້ງ­ຍາກ, ເຖິງ​ແນວ­ໃດ​ກໍ​ຕາມ ທາງ​ບໍ­ລິ­ສັດ ກໍ​ຍັງ​ໄດ້​ສຸມ​ໃສ່​ວຽກ​ງານ ດັ່ງ­ກ່າວ ຊຶ່ງ​ເຮັດ​ໃຫ້​ມີ​ບາງ​ໜ້າ​ວຽກ​ສຳ ເລັດ​ແລ້ວ​ເປັນ­ຕົ້ນ​ແມ່ນ​ແຕ້ມ​ປ້າຍ, ທາ­ສີ ທາງ, ຕິດ​ຕັ້ງ​ເສົາ​ໄຟ ແລະ​ວຽກ​ອະ­ນາ­ໄມ ມາ​ຮອດ​ປະ­ຈຸ​ບັນ​ເສັ້ນ­ທາງ​ດັ່ງ­ກ່າວ​ຖື​ວ່າ ຄືບ​ໜ້າ 80% ຊຶ່ງ​ດຽວ­ນີ້​ກໍ​ກຳ­ລັງ​ສຸມ​ໃສ່ ໜ້າ​ວຽກ​ທໍ່​ລະ­ບາຍ​ນ້ຳ​ຕາມ​ເສັ້ນ­ທາງ, ໄກ່​ເກ່ຍ​ສິ່ງ​ກີດ­ຂວາງ, ບຸກ­ເບີກ​ແລວ​ທາງ ຖົມ​ດິນ​ຍົກ​ລະ­ດັບ​ກໍ່­ສ້າງ​ຊັ້ນ​ໂຄງ​ສ້າງ ທາງ​ເທ​ເບ​ຕົງ ແລະ​ຕິດ​ຕັ້ງ​ເສົາ​ໄຟ​ເຍືອງ ທາງ​ແມ່ນ​ຈະ​ໃຫ້​ສຳ­ເລັດ​ສົມ­ບູນ​ເດືອນ​ມິ ຖຸ​ນາ 2016 ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ ກ້ານ ຈັນ­ທະ​ລາດ ຍັງ​ຝາກ​ເຖິງ ພໍ່​ແມ່​ປະ­ຊາ­ຊົນ ແລະ​ຜູ້​ສັນ­ຈອນ​ຕາມ​ເສັ້ນ ທາງ​ໃຫ້​ມີ​ຄວາມ​ຮ່ວມ​ມື ແລະ​ເປັນ​ຫູ​ເປັນ ຕາ​ຊ່ວຍ​ກັນ​ໃນ​ການ​ກໍ່­ສ້າງ ເພື່ອ​ເປັນການ​ເຮັດ​ໃຫ້​ອະ­ນາ­ຄົດ​ໄດ້​ນຳ​ໃຊ້​ເສັ້ນທາງ​ທີ່​ດີ ຊຶ່ງ​ທາງ​ໂຄງ­ການ​ພວກ​ເຮົາ ສັນ­ຍາ​ວ່າ​ຈະ​ກໍ່­ສ້າງ​ໃຫ້​ສຳ­ເລັດ​ພາຍ​ໃນເດືອນ​ມິ­ຖຸ­ນາ 2016 ນີ້.

ທີ່ມາ:logo