Homeຂ່າວພາຍ​ໃນອຸຕຸໄທເຕືອນ! ຈະໜາວອີກໃນຕົ້ນເດືອນກຸມພານີ້

ອຸຕຸໄທເຕືອນ! ຈະໜາວອີກໃນຕົ້ນເດືອນກຸມພານີ້

Published on

ອຸຕຸນິຍົມ ແລະອຸທົກກະສາດໄທ ແຈ້ງວ່າ ໃນໄລຍະວັນທີ 1-4 ກຸມພາ 2016 ບໍລິເວນຄວາມກົດອາກາດສູງກຳລັງປານກາງອີກຮອບໜຶ່ງຈາກປະເທດຈີນ ຈະແຜ່ລົງມາປົກຄຸມພາກເໜືອ, ພາກຕາເວັນອອກສ່ຽງເໜືອ ແລະທະເລຈີນໃຕ້ ເຮັດໃຫ້ບໍລິເວນດັ່ງກ່າວ ມີຝົນເກີດກຂຶ້ນ ແລະອຸນະຫພູມຈະຫຼຸດລົງ 2-4 ອົງສາເຊນຊຽດ.

ຈາກສະພາບອາກາດດັ່ງກ່າວນັ້ນ ມີຄວາມເປັນໄປໄດ້ສູງທີ່ພາກເໜືອ ແລະພາກຕາເວນອອກສ່ຽງເໜືອຂອງລາວ ບໍລິເວນພູສູງ ຈະມີອາກາດໜາວເຢັນລົງອີກ 2-4 ອົງສາ ເຊັ່ນດຽວກັນ.

ດັ່ງນັ້ນ, ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນຕິດຕາມສະພາບອາກາດໃຫ້ດີ ແລະເບິ່ງແຍງສຸຂະພາບໃຫ້ແຂງແຮງ ໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ໂດຍສະເພາະແມ່ນໄລຍະວັນທີ 1-4 ກຸມພາ 2016 ທີ່ຈະເຖິງນີ້.

ໃນຂະນະທີ່ໜ່ວຍງານປ້ອງກັນແລະບັນເທົາສາທາລະນະໄພແຫ່ງຊາດຂອງໄທ ກໍໄດ້ອອກແຈ້ງການ “ດ່ວນທີ່ສຸດ!”ເຕືອນໃນຂອບເຂດທົ່ວປະເທດວ່າ ອາກາດຈະເຢັນລົງ 2-4 ອົງສາ ແລະຈະມີລົມພັດແຮງ ເຊິ່ງຈະເປັນຜົນກະທົບຕໍ່ສຸຂະພາບ ແລະຊັບສິນຂອງປະຊາຊົນໄດ້ ຕະຫຼອດອາທິດທຳອິດຂອງເດືອນກຸມພາ.
S__17653786

ທີ່ມາຂອງຂ່າວ: http://www.tmd.go.th/thailand.php

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...