ທາງການອັດຕະປືຫ້າມຂາຍຊີ້ນໝູເກີນລາຄາ 45.000 ກີບຕໍ່ 1 ກິໂລ

ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະການຄ້າແຂວງອັດຕະປື ສົມທົບ ກັບຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ລົງຕິດຕາມ, ກວດກາ ແລະປັບລາຄາສິນຄ້າຕາມທ້ອງຕະຫຼາດ ເມືອງສາມັກຄີໄຊ ໃນວັນທີ 3 ພະຈິກ 2021 ນີ້, ໂດຍຫ້າມຂາຍຊີ້ນໝູເກີນລາຄາ 45.000 ກີບຕໍ່ 1 ກິໂລກຼາມ.

ທາງການໄດ້ກໍານົດລາຄາຊີ້ນໝູ ມີດັ່ງນີ້: ຊີ້ນສັນ (ປະເພດ1) ໃຫ້ຂາຍໃນລາຄາ 45.000 ກີບ/ກິໂລ, ຊີ້ນກ້ອນຂາ(ປະເພດ1) ໃຫ້ຂາຍໃນລາຄາ 45.000 ກີບ/ກິໂລ, ຊີ້ນໝູສາມຊັ້ນ, ດູກຂ້າງ ແລະ ເຄື່ອງໃນ (ຫົວໃຈ,ຕັບ) ໃຫ້ຂາຍໃນລາຄາ 40.000 ກີບ/ກິໂລ, ຂາທັງສີ່ຂາ ໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ, ຫົວໝູໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ, ໃສ້ອ່ອນ+ໃສ້ແກ່ ໃຫ້ຂາຍໃນລາຄາ 20.000 ກີບ/ກິໂລ, ກະດູກໂຄ່ຍ 30.000 ກີບ/ກິໂລ, ນໍ້າມັນ+ຊີ້ນມຸ່ນ 20.000 ກີບ/ກິໂລ.

ສຳລັບຜູ້ສວຍໂອກາດຂຶ້ນລາຄາຊີ້ນໝູ ເກີນທີ່ກຳນົດແມ່ນຈະໄດ້ປັບໄໝ 1.500.000 ກີບ/ຄັ້ງ, ສວຍໂອກາດປອມແປງຕາຊິງ ຫຼື ດັດແປງການວັດແທກທີ່ບໍ່ໄດ້ມາດຕະຖານຈະຖືກປັບໃໝ 100.000-3.000.000 ກີບ/ຄັ້ງ, ບໍ່ຕິດປ້າຍລາຄາເປັນສະກຸນເງິນກີບ ຈະມີໂທດປັບໃໝແຕ່ 500.000-1.000.000 ກີບ/ຄັ້ງ, ຖ້າຜູ້ປະກອບການຫາກມີການລະເມີດເປັນອາຈີນ ແມ່ນຈະຖືກດຳເນີນຄະດີຕາມກົດໝາຍມາດຕາ 147, 150 ຂອງກົດໝາຍອາຍາ ແລະຈະໃຫ້ຢຸດການດຳເນີນກິດຈະການທັນທີ.

ຖ້າຜູ້ຊົມໃຊ້ສິນຄ້າແຂວງອັດຕະປື ເຫັນວ່າມີການຂຶ້ນສິນຄ້າປະເພດຊີ້ນໝູ ເກີນລາຄາທີ່ກຳນົດໄວ້ ຫຼື ມີການດັດແປງຊິງຊັ່ງທີ່ບໍ່ຖືກຕາມມາດຕະຖານເຕັກນິກ ສາມາດໂທສາຍດ່ວນ 1510 ຫຼື ໄປແຈ້ງໂດຍກົງທີ່ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ.

ຂໍ້ມູນຈາກ: ຂ່າວສານປະເທດລາວ