spot_img
Homeຂ່າວຕ່າງປະເທດວິທະຍາໄລ Linacre ກຽມປ່ຽນຊື່ໃໝ່ພາຍໄດ້ຮັບບໍລິຈາກ 155 ລ້ານປອນ

ວິທະຍາໄລ Linacre ກຽມປ່ຽນຊື່ໃໝ່ພາຍໄດ້ຮັບບໍລິຈາກ 155 ລ້ານປອນ

Published on

ເວັບໄຊ The Guardian ລາຍງານ: ວິທະຍາ​ໄລ Linacre ​ໜຶ່ງສະຖາບັນທີ່ນອນໃນອົງປະກອບຂອງມະຫາວິທະຍາໄລ Oxford ກຽມ​ປ່ຽນ​ຊື່ໃໝ່ເປັນ ວິທະຍາໄລ ທາວ (Thao College ) ເພື່ອ​ເປັນ​ກຽດ​ແກ່ທ່ານ ນາງ ຫງວຽນ ທິເຟືອງ ທາວ (Nguyen Thi Phuong Thao), ​ປະທານກຸ່ມບໍລິສັດ Sovico ຂອງຫວຽດນາມ ພາຍຫຼັງ​ປະກາດ ພ້ອມລົງນາມເພື່ອໃຫ້ການ​ບໍລິຈາກເງິນຈຳນວນ 155 ລ້ານ​ປອນ.

ຜູ້ອຳນວຍການ ວິທະຍາ​ໄລ Linacre ກ່າວວ່າ: ວິທະຍາໄລດັ່ງກ່າວສ້າງຕັ້ງຂຶ້ນໃນປີ 1962 ເຊິ່ງຈັດເປັນວິທະຍາໄລທີ່ໄດ້ຮັບທຶນໜ້ອຍສຸດໃນ ມະຫາວິທະຍາໄລ Oxford, ພ້ອມຢໍ້າວ່າຈະສະເໜີປ່ຽນຊື່ໃໝ່ເປັນວິທະຍາໄລ Thao ທັນທີຫາກໄດ້ຮັບເງິນບໍລິຈາກງວດທຳອິດຈຳນວນ 50 ລ້ານປອນ ເພື່ອເປັນການມອບຂອງຂວັນຊິ້ນສຳຄັນໃຫ້ກັບເສດຖີຍິງຊາວຫວຽດນາມຄົນນີ້.

ຢ່າງໃດກໍຕາມ, ບັນດາອາຈານປະຈຳມະຫາວິທະຍາໄລ Oxford ຕ່າງກໍບໍ່ເຫັນດີກັບການປ່ຽນຊື່ໃໝ່ນີ້ ໂດຍອ້າງວ່າ ການບໍລິຈາກຂອງທາວໃຫ້ກັບສະຖາບັນ ແມ່ນເພື່ອຜົນປະໂຫຍດທາງທຸລະກິດຂອງ ບໍລິສັດ Sovico ເທົ່ານັ້ນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...