spot_img
Homeຂ່າວພາຍ​ໃນທັບນັກກີລາບານເຕະ ທີມຊາດລາວ ເດີນທາງໄປແຂ່ງຂັນ ມິດຕະພາບກັບ ທີມຊາດ ຊາອຸດິ ອາຣາເບຍ

ທັບນັກກີລາບານເຕະ ທີມຊາດລາວ ເດີນທາງໄປແຂ່ງຂັນ ມິດຕະພາບກັບ ທີມຊາດ ຊາອຸດິ ອາຣາເບຍ

Published on

ນັກກີລາບານເຕະ ທີມຊາດລາວ ຊຸດໃຫຍ່ ທີ່ຈະແຂ່ງຂັນນັດມິດຕະພາບກັບ ທີມຊາດ ຊາອຸດິ ອາຣາເບຍ ໄດ້ເດີນທາງຮອດ ປະເທດກາຕາ ແລ້ວໃນຕອນຄ່ຳຂອງວັນທີ 21 ສິງຫາ ທີ່ຜ່ານມາ.

ການເດີນທາງໄປແຂ່ງຂັນ ຂອງທັບນັກກິລາບານເຕະ ທີມຊາດລາວ ໃນຄັ້ງນີ້ ແມ່ນເພື່ອເປັນການແຂ່ງຂັນ ມິດຕະພາບ ແລະ ອຸ່ນເຄື່ອງກ່ອນ ການແຂ່ງຂັນບານເຕະລາຍການ  Asian Cup ຮອບຄັດເລືອກ ແລະ AFF Suzuki Cup. ການແຂ່ງຂັນບານເຕະ ມິດຕະພາບດັ່ງກ່າວນີ້ ທີມຊາດລາວ ມີຕາຕະລາງລົງແຂ່ງກັບ ທີມຊາດ ຊາອຸດິ ອາຣາເບຍ ໃນວັນທີ 24 ແລະ ວັນທີ 27 ສິງຫານີ້ ທີ່ສະໜາມ Al Arabi Stadium Grand Hamad ນະຄອນຫຼວງໂດຮາ ປະເທດກາຕາ ແລະ ຈະເດີນທາງກັບມາ ທ້າຍເດືອນສິງຫານີ້.
581_sub_0 581_sub_1 581_sub_2

 

ຂອບໃຈຂໍ້ມູນ ແລະ ພາບຈາກ ສະຫະພັນບານເຕະ ແຫ່ງຊາດລາວ

http://laosportnews.com/index.php/news/article/581

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...