spot_img
Homeຂ່າວພາຍ​ໃນທະຫານແຂວງວຽງຈັນເຊື່ອມຊຶມມະຕິ 5 ສະໄຫມທີ 3 ຂອງຄະນະພັກກະຊວງປ້ອງກັນປະເທດ

ທະຫານແຂວງວຽງຈັນເຊື່ອມຊຶມມະຕິ 5 ສະໄຫມທີ 3 ຂອງຄະນະພັກກະຊວງປ້ອງກັນປະເທດ

Published on

tue1apr2

ໃນວັນທີ 27 ມີນາ 2014 ນີ້, ກອງບັນຊາການທະຫານ ແຂວງວຽງຈັນ,  ໄດ້ຈັດຕັ້ງ ເຊື່ອມຊຶມມະຕິ 5 ສະໄໝທີ III ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ    ວ່າດ້ວຍການແກ້ໄຂກຳລັງ ພົນທົ່ວກອງທັບໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງ ການໃນໄລຍະໃໝ່ຂຶ້ນຢູ່ທີ່ ສະໂມສອນກອງບັນຊາການ ທະຫານແຂວງ.ໂດຍພາຍໃຕ້ ການເປັນປະທານຂອງສະ ຫາຍພົນຈັດຕະວາ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ, ຮອງເລຂາ ພັກແຂວງ, ເລຂາຄະນະພັກ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງວຽງ ຈັນ, ມີຄະນະພັກ-ຄະນະບັນ ຊາ, ອົງການ 4 ຫ້ອງ,  ຫົວ ໜ້າພະແນກ, ຮອງພະແນກ, ກອງບັນຊາການທະຫານ  ເມືອງ, ກົມກອງອ້ອມຂ້າງ, ໂຮງຮຽນ, ໂຮງໝໍເຂົ້າຮ່ວມ.
ເອກະສານທີ່ນຳມາເຜີຍ ແຜ່ ເຊື່ອມຊຶມໃນຄັ້ງນີ້ປະກອບ ມີ: ມະຕິ 5 ສະໄໝທີ III ຂອງຄະພັກກະຊວງປ້ອງກັນ   ປະເທດວ່າດ້ວຍການແກ້ໄຂ ກຳລັງພົນທົ່ວກອງທັບໃຫ້ ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການໃນໄລຍະໃໝ່,  ຂໍ້ຕົກລົງຂອງກົມໃຫຍ່ເສນາທິ ການກອງທັບ  ວ່າການແກ້ໄຂ  ຈຳນວນພົນທີ່ບໍ່ຖືກຕ້ອງຕາມ ລະບຽບການຄຸ້ມຄອງຈຳນວນ ພົນຂອງກອງທັບ, ແລະ ຄຳ ສັ່ງແນະນຳການຈັດຕັ້ງຜັນຂະ ຫຍາຍບັນດານິຕິກຳໃໝ່ຈຳ ນວນໜຶ່ງກ່ຽວກັບວຽກງານກຳ  ລັງພົນກອງທັບ, ເຊິ່ງການ ແກ້ໄຂກຳລັງພົນໃນກອງທັບ ແມ່ນມີຄວາມຈຳເປັນໃນສະ ພາບການປ່ຽນແປງໃນທາງ ປະຕິບັດຂອງການປະກອບ ກຳລັງພົນໃນກອງທັບ, ຕ້ອງ ຍຶດຖືຜົນປະໂຫຍດລວມມີ ຄວາມເປັນເອກະພາບແຕ່ຂັ້ນ ເທິງລົງຮອດກົມກອງທ້ອງ ຖິ່ນ,  ສູ້ຊົນປັບປຸງວຽກງານ ຄຸ້ມຄອງກຳລັງພົນກອງທັບ  ໃຫ້ເຂົ້າສູ່ບົບການຄຸ້ມຄອງທີ່ ມີວິທະຍາສາດ, ສາມາດ ກວດສອບກວດກາໄດ້ ແລະ ມີຄວາມປອດໃສ.
ທັງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ ຄະນພັກ-ຄະນະບັນຊາ, ບັນ ດາກົມກອງໄດ້ຮັບຮູ້ເຂົ້າໃຈ ເພື່ອນຳໄປຈັດຕັ້ງປະຕິບັດ ກ່ຽວກັບການຄຸ້ມຄອງກຳລັງ ພົນໃນກົມກອງຂອງຕົນ.

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...