spot_img
Homeຂ່າວຕ່າງປະເທດທະຫານມຽນມາຍິງປະທະກອງກຳລັງຊົນກຸ່ມນ້ອຍ! 500 ຄົນອົບພະຍົບໄປອາໄສໃກ້ຊາຍແດນໄທ

ທະຫານມຽນມາຍິງປະທະກອງກຳລັງຊົນກຸ່ມນ້ອຍ! 500 ຄົນອົບພະຍົບໄປອາໄສໃກ້ຊາຍແດນໄທ

Published on

ສຳນັກຂ່າວຕ່າງປະເທດ ລາຍງານຈາກຊາຍແດນໄທ-ມຽນມາ ກົງກັນຂ້າມກັບເມືອງທ່າສອງຍາງ ຈັງຫວັດຕາກ ວ່າ ຫຼັງຈາກທີ່ລັດຖະບານມຽນມາມີຄຳສັ່ງໃຫ້ປົດຜູ້ບັນຊາການທະຫານ 3 ທ່ານ ອອກຈາກຕໍາແໜ່ງໃນຂໍ້ຫາສົມຮູ້ຮ່ວມຄິດກັບຊາວຕ່າງຊາດສ້າງຄວາມເສຍຫາຍໃຫ້ກັບປະເທດ ເມື່ອ 2 ວັນທີ່ຜ່ານມາ ສົ່ງຜົນກະທົບຕໍ່ສະຖານະການຊາຍແດນໃນມຽນມາກ່ຽວກັບການແຜ່ລະບາດຂອງໂຄວິດ-19 ແລະ ຍັງສຸ່ມສ່ຽງເກີດການປະທະລະຫວ່າງທະຫານຝ່າຍລັດຖະບານມຽນມາກັບກອງກຳລັງຕິດອາວຸດ ພາຍໃຕ້ການນຳຂອງນາຍທະຫານ 3 ທ່ານທີ່ຫາກໍ່ຖືກປົດອອກຈາກຕໍາແໜ່ງ.

ຫຼ້າສຸດ, ກອງກຳລັງທະຫານມຽນມາໄດ້ເປີດສາກໂຈມຕີກອງກຳລັງຊົນກຸ່ມນ້ອຍຕິດອາວຸດຫຼັງໝູ່ບ້ານ Ser Kaw Der ເຂດ 5 ໃນລັດກະຫຼ່ຽງ ແຂວງຜາອັນ ປະເທດມຽນມາກົງກັນຂ້າມກັບເມືອງທ່າສອງຢາງ ຈັງຫວັດຕາກ ທັງສອງຝ່າຍໄດ້ເກີດການປະທະກັນຢ່າງຮຸນແຮງໂດຍໃຊ້ອາວຸດໜັກໂຈມຕີກັນ ສຽງປືນໃຫຍ່ດັງຮອດຝັ່ງໄທ ເຮັດໃຫ້ປະຊາຊົນຊົນເຜົ່າກະຫຼ່ຽງ 3 ໝູ່ບ້ານ ຈຳນວນ 80 ຄອບຄົວ ລວມ 588 ຄົນ ໜີອອກຈາກໝູ່ບ້ານຂອງຕົວເອງ ໄປອາໃສຢູ່ປ່າ ແລະ ໃນຖໍ້າ ລີ້ລູກປືນໃນຂຸມຫຼົບໄພທ່າມກາງສະພາບອາກາດທີ່ໜາວເຢັນ ເຊິ່ງບໍລິເວນດັ່ງກ່າວຢູ່ໃກ້ຊາຍແດນໄທ.

ໃນຂະນະທີ່ ພົນໂທອະທິເຊດ ຊື່ສັດ ຜູ້ບັນຊາການກອງທັບເຂດ 3 ກ່າວວ່າ ການປົດຜູ້ນຳລະດັບສູງຂອງກອງທັບຊົນກຸ່ມນ້ອຍ ເຊື່ອວ່າຍັງບໍ່ສາມາດນຳໄປສູ່ຄວາມຮຸນແຮງ ແລະ ຍັງບໍ່ສົງຜົນກະທົບຕໍ່ໄທ ເນື່ອງຈາກເປັນຄວາມຂັດແຍ້ງດ້ານຜົນປະໂຫຍດຫຼາຍກວ່າ ແລະ ຖືວ່າເປັນເລື່ອງພາຍໃນປະເທດມຽນມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...