spot_img
Homeຂ່າວທ້ອງຖິ່ນຕົ້ນ​ປີ 2019 ການ​ຊົມ​ໃຊ້​ໄຟ​ເພີ່ມ​ຂຶ້ນ 12,35%

ຕົ້ນ​ປີ 2019 ການ​ຊົມ​ໃຊ້​ໄຟ​ເພີ່ມ​ຂຶ້ນ 12,35%

Published on

ປັດຈຸບັນການຊົມໃຊ້ໄຟຟ້າ ຢູ່ 9 ຕົວເມືອງ ໃນນະຄອນຫລວງວຽງຈັນ, ນັບແຕ່ເດືອນ ມັງກອນ ຫາ ເດືອນມີນາ 2019 ມີກໍາລັງການຊົມໃຊ້ເຖິງ 266.617,5 ລ້ານ​ກິ​ໂລ​ວັດ​ໂມງ, ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018 ​ເພີ່ມ​ຂຶ້ນ 12,35%.

ທ່ານ ​ເຄນ ​ເທບ​ວົງສາ ຜູ້​ຊ່ວຍ​ ຜູ້ອຳ​ນວຍ​ການ​ໃຫຍ່ລັດວິສາຫະກິດໄຟຟ້າລາວ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງ​ວຽງ​ຈັນ ​ໄດ້​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 20 ມີນາ 2019 ນີ້ວ່າ: ການ​ນຳ​ໃຊ້​ໄຟຟ້າ​ ຢູ່​ນະຄອນຫລວງ​ວຽງ​ຈັນ ໃນປັດຈຸບັນ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ເລື້ອຍໆ ​ໂດຍ​ສະ​ເພາ​ະໃນລະດູ​ຮ້ອ​ນ ເຊິ່ງໃນເດືອນມັງກອນຜ່ານມາ ມີກຳລັງການຊົມໃຊ້ເຖິງ 133.795,8 ກິໂລວັດໂມງ, ສ່ວນເດືອນກຸມ ພາ ມີກຳລັງການຊົມໃຊ້ 132.821,7 ກິໂລວັດໂມງ ທຽບໃສ່ປີ 2018 ເພີ່ມຂຶ້ນຫລາຍເທົ່າຕົວ, ຄາດວ່າແຕ່ນີ້ຮອດເດືອນທັນວາ ອັດຕາການຊົມໃຊ້ໄຟຟ້າອາດຈະເພີ່ມຂຶ້ນ ເນື່ອງສະພາບອາກາດຢູ່ປະເທດເຮົາ ອາດຈະຮ້ອຍຂຶ້ນກວ່າປີຜ່ານມາ. ຢ່າງໃດກໍ່ຕາມ ຕໍ່ກັບສະພາບອາກາດຮ້ອນດັ່ງກ່າວ, ອາດເປັນສາເຫດກໍ່ໃຫ້ເກີດອັກຄີໄພໄດ້ງ່າຍ. ດັ່ງນັ້ນ, ຂໍຝາກເຕືອນໃຫ້ທຸກຄົນໃນສັງຄົມ ມີສະຕິໃນການນຳໃຊ້ໄຟຟ້າເຂົ້າໃນຊີວິດປະຈຳວັນ ໂດຍສະເພາະຕ້ອງໝັ່ນກວດກາລະບົບສາຍໄຟ, ອຸປະກອນເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ແລະ ຄອບຄົວໃຫ້ດີ, ຖ້າພົບເຫັນສາຍໄຟ, ປັກສຽບໄຟ, ເຄື່ອງໃຊ້ໄຟຟ້າ ມີສະພາບເກົ່າຊຸດໂຊມກໍຕ້ອງໃຫ້ປ່ຽນຖ່າຍ ແລະ ມີການປັບປຸງປົວແປງໃຫ້ຮັບປະກັນ ​ເພື່ອຫລີກ​ລ້ຽງ​ ການ​ເກີດ​ອັກ​ຄີ​ໄພ​ຕ່າງໆ.

ທ່ານ ​ເຄນ ​ເທບ​ວົງສາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ພວມຕິດຕັ້ງລະ ບົບວັດແທກ AMI (ໝໍ້ນັບ​ໄຟ​ທັນ​ສະ​ໄໝ, ລະບົບ​ດິຈິິຕອນທີ່​ມີ​​ໂປ​ແກຣມຄວບ​ຄຸ​ມ) ຢູ່ 4 ຕົວ​ເມືອງ​ເປົ້າໝາຍ ຄື ​ເມືອງ​ໄຊ​ເສດ​ຖາ, ​​ສີ​ໂຄດ​ຕະບອງ, ​​ສີ​ສັດຕະ​ນາກ ​ແລະ ​ເມືອງ​ຈັນທະ​ບູລີ ຈຳນວນ 50 ພັນ​ໜ່ວຍ. ນອກ​ນັ້ນ, ຍັງ​ຈະໄດ້​ຕິດ​ຕັ້ງ​ຢູ່​ເມືອງ​ໄຊ​ທານີ 16 ພັນໜ່ວຍ, ​ເຊິ່ງໝໍ້ນັບ​ໄຟ​ດັ່ງ​ກ່າວຈະ​ອຳ​ນວຍຄວາມ​ສະ​ດວກ​ໃນ​ດ້ານ​ຕ່າງ​ໆ ​ເປັນ​ຕົ້ນ​ ​ການ​ວັດ​ແທກ​ຄ່າ​ໄຟ, ການ​ເກັບ​ຄ່າ​ໄຟ, ການ​ຈ່າຍ​ຄ່າ​ໄຟ​ຟ້າ ​​ເຊິ່ງຈະ​ເປັນຜົນ​ດີ ໃຫ້​ການຈັ​ດຕັ້ງ​ປະຕິບັດ​ວຽກ​ງານຂອງ​ລັດ​ວິສາ​ຫະກິດ​ໄຟຟ້າ​ລາວ ກໍ​ຄື ຜູ້​ຊົມ​ໃຊ້​ໄຟ ຟ້າໃຫ້​ມີ​ຄວາມ​ສະດວກສະບາຍ, ​ໂປ່​ງ​ໃສວ່ອງ​ໄວ ແລະ ອື່ນໆ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...