spot_img
Homeຂ່າວພາຍ​ໃນຕີລາຄາຄືນວຽກງານປ້ອງກັນຄວບຄຸມໄພພິບັດ

ຕີລາຄາຄືນວຽກງານປ້ອງກັນຄວບຄຸມໄພພິບັດ

Published on

20130206110827
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ປະຈຳປີ 2010-2011 ຈັດຂຶ້ນວັນທີ 6 ກຸມພາ
2013 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະ
ຄອນຫຼວງວຽງຈັນ ມີບັນດາຮອງເຈົ້າເມືອງ ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ວິລະສັກ ນາມມຸນຕີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ກ່າວວ່າ: ຮສສ.ນວ
ແມ່ນຂະແໜງການໜຶ່ງທີ່ເຂົ້າຮ່ວມເປັນຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນນະຄອນຫຼວງວຽງຈັນ ຊຶ່ງມີໜ້າທີ່ລົງ
ກວດກາເກັບກຳສະພາບຄອບຄົວທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຂຶ້ນແຜນຍົກຍ້າຍປະຊາຊົນອອກຈາກເຂດນ້ຳຖ້ວມໄປຢູ່ເຂດປອດ
ໄພ ພ້ອມດຽວກັນນັ້ນ ກໍໄດ້ສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ວຍເຫຼືອເຊັ່ນ: ເຄື່ອງນຸ່ງຫົ່ມ ຢາປິ່ນປົວພະຍາດ
ເຂົ້າ ອາຫານແຫ້ງ ແລະ ນ້ຳດື່ມ ໂດຍສະເພາະທີ່ຕັ້ງຖິ່ນຖານເລາະລຽບຢູ່ຕາມແມ່ນ້ຳຂອງ ນ້ຳງື່ມ ແລະ ອື່ນໆ.
ສຳລັບໃນປີ 2011 ເປັນອີກປີທີ່ ນ.ວ ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງໃຫຍ່ ໂດຍສະເພາະ ພາຍຸໄຮມາ ແລະ ນົກເຕັນ
ຊຶ່ງສ້າງຜົນເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນ ຈຳນວນ 170 ບ້ານ 4.186 ຄອບຄົວ ປະຊາຊົນໄດ້ຮັບຜົນກະທົບ ຈຳນວນ
27.987 ຄົນ ສຳນັກງານອົງການ ເຮືອນຊານບ້ານຊ່ອງ ຊັບສິນ ເນື້ອທີ່ທຳການຜະລິດ ສັດລ້ຽງ ແລະ ບັນດາພື້ນຖານໂຄງ
ລ່າງຖືກເສຍຫາຍເປ່ເພຢ່າງຫຼວງຫຼາຍ.
ທີ່ມາ  http://www.vientianemai.net/teen/khao/1/8618

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...